WTO ຕັດສິນມາດຕະການພາສີຂອງອາເມສຣິກາຕໍ່ເຫຼັກກ້າແລະອາລຸມີນຽມຂອງຈີນໄດ້ລະເມີດກົດລະບຽບ

2022-12-11 13:30:02 cri


   ວັນທີ 9 ທັນວານີ້, ໜ່ວຍຊ່ຽວຊານຄະດີການພິພາດກັນ ອົງການການຄ້າໂລກ ຫຼື WTO ກ່ຽວກັບ “ຈີນກ່າວຟ້ອງມາດຕະການພາສີ 232 ສຳລັບເຫຼັກກ້າ ແລະ ອາລຸມີນຽມ ຂອງອາເມຣິກາ” ໄດ້ເປີດເຜີຍບົດລາຍງານ ໂດຍໃຫ້ຄຳຕັດສິນວ່າ: ມາດຕະການທີ່ກ່ຽວຂ້ອງຂອງອາເມຣິກາໄດ້ລະເມີດກົດລະບຽບຂອງ WTO. ຈີນສະແດງຄວາມຊົມເຊີຍຕໍ່ໜ່ວຍຊ່ຽວຊານ ທີ່ໄດ້ໃຫ້ຄຳຕັດສິນຢ່າງພາວະວິໄສ ແລະ ຍຸດຕິທຳ ແລະກ່າວວ່າ: ຫວັງໃຫ້ອາເມຣິກາເຄົາລົບຄວາມຕັດສິນຂອງໜ່ວຍຊ່ຽວຊານ ແລະ ກົດລະບຽບຂອງອົງການ WTO, ປັບປ່ຽນມາດຕະການທີ່ລະເມີດກົດລະບຽບໂດຍໄວ, ຮ່ວມກັນຮັກສາລະບົບການຄ້າຫຼາຍຝ່າຍ.

   ປີ 2018, ລັດຖະບານອາເມຣິກາຖືອັນທີ່ວ່າ “ເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ” ເປັນຂໍ້ອ້າງ, ປັບຂຶ້ນພາສີຢ່າງສູງຕໍ່ຜະລິດຕະພັນເຫຼັກກ້າ ແລະ ອາລຸມີນຽມຂອງຫຼາຍປະເທດ ແລະ ເຂດແຄວ້ນ ເຊິ່ງໄດ້ທຳລາຍລະບົບການຄ້າຫຼາຍຝ່າຍທີ່ຖືກົດລະບຽບເປັນພື້ນຖານ.