ນາຍົກເຢຍລະມັນຫວັງສືບຕໍ່ຮັກສາການສົນທະນາກັບປະທານາທິບໍດີຣັດເຊຍ

2022-12-11 13:34:32 cri

 

   ວັນທີ 10 ທັນວານີ້, ໃນເວລາພົບກັບຜູ້ມິສິດອອກສຽງເລືອກຕັ້ງ, ທ່ານ ໂອລາຟ ຊອສ ນາຍົກລັດຖະມົນຕີເຢຍລະມັນກ່າວວ່າ: ຕົນຫວັງວ່າຈະສືບຕໍ່ຮັກສາການສົນທະນາກັບທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ.

   ທ່ານໂອລາຟ ຊອສ ກ່າວວ່າ: ຖ້າຢາກແກ້ໄຂວິກິດການອູແກຣນໃນສະເພາະໜ້ານີ້, ບໍ່ມີການສົນທະນາຈະບໍ່ອາດເປັນໄປໄດ້, ຕົນໄດ້ໂທລະສັບສົນທະນາກັບທ່ານປູຕິນມາຫຼາຍເທື່ອແລ້ວ. ແຕ່ທ່ານຊອສກໍ່ກ່າວວ່າ: ການສົນທະນາແບບນີ້ ກໍບໍ່ສາມາດສ້າງບົດບາດຕໍ່ສະຖານະການໃນປັດຈຸບັນໄດ້.

   ວັນທີ 9 ທັນວານີ້, ທ່ານວາລາດີເມຍ ປູຕິນກ່າວວ່າ: ຣັດເຊຍເກືອບເສຍຄວາມໄວ້ເນື້ອເຊື່ອໃຈກັບຕາເວັນຕົກທັງໝົດແລ້ວ, ນີ້ຈະເຮັດໃຫ້ແຜນສຸດທ້າຍຂອງການແກ້ໄຂບັນຫາອູແກຣນ ແຮ່ງຍາກທີ່ຈະບັນລຸໄດ້.