ຈີນຍິງສົ່ງດາວທຽມ ຊືຢ້ຽນ A/B ເລກ 20 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-12-13 16:22:24 cri


ເວລາ 16 ໂມງ 22 ນາທີຂອງວັນທີ 12 ທັນວາ 2022 ຕາມເວລາປັກກິ່ງ, ຈີນໄດ້ຍິງສົ່ງດາວທຽມ ຊືຢ້ຽນ A/B ເລກ 20 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ດ້ວຍຈະຫຼວດສົ່ງຍານ ຊາງເຈິ່ງ 4C ຢູ່ສູນສົ່ງດາວທຽມຈິວຊວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມຄາດໝາຍໄວ້, ໜ້າທີ່ຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ດາວທຽມດວງດັ່ງກ່າວຕົ້ນຕໍຈະໃຊ້ສຳລັບເຮັດການທົດລອງກວດສອບ ເຕັກນິກຕິດຕາມວັດແທກສະພາບແວດລ້ອມທາງອາກາດແລະເຕັກນິກໃໝ່ໆອື່ນໆຢູ່ເທິງວົງໂຄຈອນ.

ໜ້າທີ່ເທື່ອນີ້ແມ່ນການບິນເທື່ອທີ 454 ຂອງຈະຫຼວດສົ່ງຍານລະບົບ ຊາງເຈິ່ງ.