ເສດຖະກິດ-ສັງຄົມຈີນ ກໍາລັງຟື້ນຟູຂະບວນການພັດທະນາຄືນໃໝ່ ຫຼັງລາຈາກຊີວິດທີ່ຕ້ອງສະແດງ QR code ສຸຂະພາບ

2022-12-13 19:03:23 cri

ພາຍຫຼັງສູນກາງພັກຄອມມູນິດຈີນໄດ້ວາງ “ມາດຕະການໃໝ່ 20 ຂໍ້” ກ່ຽວກັບການປັບປຸງ ການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 11 ພະຈິກຜ່ານມານີ້ແລ້ວ, ໃນວັນທີ 7 ທັນວານີ້, ສູນກາງພັກຄອມມູນິດຈີນໄດ້ວາງ “ມາດຕະການໃໝ່ 10 ຂໍ້” ອີກ. ຄຽງຄູ່ກັບມາດຕະການປັບປຸງຕ່າງໆໄດ້ຮັບການປະຕິບັດ, ຢູ່ປະຕູເຂົ້າສະຖານທີ່ສາທາລະນະແຫ່ງຕ່າງໆ ຂອງຈີນໄດ້ພາກັນຍົກເລີກການກວດກາ QR code ສຸຂະພາບ. ສະນັ້ນ, ຢູ່ຕາມຖະໜົນ ຫົນທາງຢູ່ທ້ອງຖິ່ນຕ່າງໆຂອງຈີນ ຈຶ່ງນັບມື້ນັບຄຶກຄື້ນຄືນໃໝ່, ປະຊາຊົນຈີນກໍາລັງລາຈາກ ຊີວິດທີ່ຕ້ອງສະແດງ QR code ສຸຂະພາບ ໃນໄລຍະ 2 ປີປາຍປີຜ່ານມາ.

ຄຽງຄູ່ກັບທ້ອງຖິ່ນຕ່າງໆຂອງຈີນປະຕິບັດມາດຕະການດັ່ງກ່າວ, ຈໍານວນການຄົ້ນຫາ ແລະສັ່ງຈອງປີ້ຍົນ, ປີ້ລົດໄຟ ຜ່ານທາງອອນລາຍ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ຕາມຂໍ້ມູນຫຼ້າສຸດຈາກບໍລິສັດຈໍາໜ່າຍປີ້ ctrip ຂອງຈີນທີ່ເປີດເຜີຍໃນວັນທີ 7 ທັນວານີ້ ສະແດງໃຫ້ເຫັນວ່າ: ຫຼັງຈາກຈີນວາງ “ມາດຕະການໃໝ່ 10 ຂໍ້” ແລ້ວ, ຈໍານວນການຄົ້ນຫາຊື້ປີ້ຍົນຜ່ານທາງອອນລາຍ ໄດ້ເພີ່ມຂຶ້ນ 438% ແລະ ການຄົ້ນຫາຊື້ປີ້ລົດໄຟໄດ້ເພີ່ມຂຶ້ນ 276% ເມື່ອທຽບໃສ່ຊ່ວງເວລາດຽວກັນຂອງມື້ຜ່ານມາ.

ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ພາຍຫຼັງວາງ “ມາດຕະການໃໝ່ 10 ຂໍ້” ແລ້ວ, ໃນອາທິດ ຜ່ານມາ ຄືໃນວັນທີ 4 ຫາວັນທີ 10 ທັນວານີ້, ປະລິມານການຂົນສົ່ງຜູ້ໂດຍສານ ຂອງລົດໄຟໃຕ້ດິນໃນ 26 ຕົວເມືອງຂອງຈີນໄດ້ເພີ່ມຂຶ້ນ 28,8% ເມື່ອທຽບໃສ່ອາທິດທີ່ຜ່ານມາ; ປະລິມານລົດຂົນສົ່ງຜ່ານທາງດ່ວນໄດ້ເພີ່ມຂຶ້ນ 16,2%, ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟໄດ້ເພີ່ມຂຶ້ນ 3,1% ເຊິ່ງສູງກວ່າປະລິມານການຂົນສົ່ງໃນໄລຍະກ່ອນວາງມາດຕະການປັບປຸງ. ເວົ້າລວມແລ້ວ, ເສດຖະກິດສັງຄົມຈີນກໍາລັງເລັ່ງຟື້ນຟູພະລັງການພັດທະນາ.

ນອກນີ້, ການວາງ “ມາດຕະການໃໝ່ 10 ຂໍ້” ກໍໄດ້ເຮັດໃຫ້ບັນດາປະເທດໃນໂລກ ມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ເສດຖະກິດຂອງຈີນ.

ໂຄສົກກຸ່ມບໍລິສັດ ZF Friedrichshafen AG ຂອງເຢຍລະມັນກ່າວວ່າ: ການວາງມາດຕະການໃໝ່ຂອງຈີນ ໄດ້ຫຼຸດຄວາມບໍ່ແນ່ນອນດ້ານຕ່ອງໂສ້ການສະໜອງຢ່າງຫຼວງຫຼາຍ. ວັນທີ 8 ທັນວານີ້, ສະຖານີໂທລະພາບຂ່າວສານເຢຍລະມັນລາຍງານວ່າ: ການປັບປຸງມາດຕະການປ້ອງກັນພະຍາດຂອງຈີນ ໄດ້ເພີ່ມການສະໜັບສະໜູນຕໍ່ຕ່ອງໂສ້ການສະໜອງຂອງທົ່ວໂລກ. ຄຽງຄູ່ກັບຕ່ອງໂສ້ການສະໜອງຂອງຈີນໄດ້ເລັ່ງຟື້ນຟູ, ສະພາບການຂາດເຂີນເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ປະຈໍາວັນ, ລົດຖີບ, ເຄື່ອງຫຼິ້ນ, ໂທລະສັບມືຖື ແລະຜະລິດຕະພັນອື່ນໆ ຂອງເອີຣົບ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ຫວັງວ່າພາຍໃຕ້ການຊີ້ນໍາຂອງມາດຕະການປ້ອງກັນພະຍາດທີ່ປັບປຸງໃໝ່, ຊີວິດການເປັນຢູ່ຂອງປະຊາຊົນຈີນ ຈະຟື້ນຟູການມີຄວາມອົບອຸ່ນຫຼາຍຂຶ້ນ ພາຍຫຼັງເສດຖະກິດ-ສັງຄົມໄດ້ລາຈາກການໃຊ້ຊີວິດທີ່ຕ້ອງສະແດງ QR code ສຸຂະພາບ.