ຄະນະຜູ້ແທນກົມຕຳຫຼວດທະເລຈີນເຂົ້າຮ່ວມການພົບປະລະດັບສູງຂອງຕຳຫຼວດທະເລຈີນ-ຫວຽດນາມຄັ້ງທີ 6 ແລະກິດຈະກຳແລກປ່ຽນ “ຕຳຫຼວດທະເລຫວຽດນາມແລະເພື່ອນມິດ” ຄັ້ງທຳອິດ

2022-12-13 16:25:24 cri

ກົມຕຳຫຼວດທະເລຈີນແຈ້ງໃຫ້ຮູ້ວ່າ, ວັນທີ 6 ຫາ 11 ທັນວານີ້, ຄະນະຜູ້ແທນ ກົມຕຳຫຼວດທະເລຈີນໄດ້ເດີນທາງໄປນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ ເພື່ອເຂົ້າ ຮ່ວມການພົບປະລະດັບສູງລະຫວ່າງຕຳຫຼວດທະເລຈີນ-ຫວຽດນາມຄັ້ງທີ 6 ແລະ ກິດຈະ ກຳແລກປ່ຽນ “ຕຳຫຼວດທະເລຫວຽດນາມແລະເພື່ອນມິດ” ຄັ້ງທຳອິດ.


ການພົບປະລະດັບສູງລະຫວ່າງຕຳຫຼວດທະເລຈີນ-ຫວຽດນາມຄັ້ງທີ 6 ເປັນການພົບປະແບບເຊິ່ງໜ້າຫຼືອອຟລາຍຄັ້ງທຳອິດລະຫວ່າງສອງຝ່າຍພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ໂດຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ໝາກ ຜົນແຫ່ງການຮ່ວມມືນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ກໍຄື ໃນປີ 2022, ໄດ້ຫາລືແລະຕົກລົງທິດທາງແຫ່ງການຮ່ວມມືແລະໂຄງການຮ່ວມມືລະອຽດ ໃນບາດກ້າວຕໍ່ໄປ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາທີ່ສອງຝ່າຍມີຄວາມສົນໃຈນຳກັນ. ສອງຝ່າຍມີຄວາມເຫັນເປັນເອກະສັນກັນວ່າ, ຄວນລົງເລິກການຮ່ວມມືດ້ານການປະຕິບັດກົດ ໝາຍທາງທະເລລະຫວ່າງຕຳຫຼວດທະເລສອງປະເທດ, ແກ້ໄຂເຫດການສຸກເສີນທີ່ເກີດຂຶ້ນ ທາງທະເລໃຫ້ເໝາະສົມ, ຮ່ວມກັນປ້ອງກັນຄວາມປອດໄພແລະສະຖຽນລະພາບທາງທະເລ.