ຄາດວ່າຈັງຫວະການເຕີບໂຕຕົວຈິງຂອງ GDP ໂລກໃນປີນີ້ຈະຫຼຸດລົງເຖິງ 3,3%

2022-12-13 12:41:56 CRI

    ອີງຕາມປຶ້ມຄູ່ມືສະຖິຕິປີ 2022 ທີ່ກອງປະຊຸມການຄ້າແລະການພັດທະນາຂອງອົງການສະຫະປະຊາຊາດເປີດເຜີຍໃນວັນທີ 12 ທັນວານີ້ຊີ້ໃຫ້ເຫັນວ່າ: ຈັງຫວະການເຕີບໂຕຕົວຈິງຂອງລວມຍອດຜະລິດຕະພັນພາຍໃນຫຼື GDP ໂລກໃນປີນີ້ຈະຫຼຸດລົງເຖິງ 3,3% ຈາກ 5,7% ໃນປີ 2021.


    ບົດລາຍງານສະບັບດັ່ງກ່າວແຈ້ງໃຫ້ຮູ້ວ່າ, ໃນປີ 2022, ຈັງຫວະການເຕີບໂຕດ້ານການສົ່ງອອກສິນຄ້າແລະການສົ່ງອອກການຄ້າດ້ານການບໍລິການຂອງໂລກລ້ວນແຕ່ຈະຫຼຸດລົງ. ໃນນັ້ນ, ຄາດວ່າຈັງຫວະການເຕີບໂຕດ້ານການສົ່ງອອກສິນຄ້າຈະຫຼຸດລົງເຖິງ 13,8% ຈາກ 26,5% ໃນປີ 2021, ຂະນະທີ່ຈັງຫວະການເຕີບໂຕດ້ານການສົ່ງອອກການຄ້າການບໍລິການຈະຫຼຸດລົງເຖິງ 14,6% ຈາກ 17,2% ໃນປີ 2021.