ທ່ານສີຈິ້ນຜິງໃຫ້ທິດຊີ້ນຳອັນສຳຄັນຕໍ່ວຽກງານອະນຸລັກມໍລະດົກວັດທະນະທຳນາມມະທຳ

2022-12-13 16:34:21 cri


ຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ທິດຊີ້ນຳອັນສຳຄັນຕໍ່ວຽກງານອະນຸລັກມໍລະດົກວັດທະນະທຳນາມມະທຳ ໂດຍກ່າວເນັ້ນໜັກວ່າ: “ເຕັກນິກແລະສິລະປະເຮັດຊາແບບດັ້ງເດີມຂອງຈີນແລະຮີດຄອງປະເພນີທີ່ກ່ຽວຂ້ອງ” ໄດ້ຈັດເຂົ້າໃນບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ ຂອງ ອົງການສະຫະປະຊາຊາດເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳ ຫຼື ຍູເນັດສະໂກ (UNESCO), ເລື່ອງນີ້ມີຄວາມໝາຍຫຼາຍສຳລັບການເຜີຍແຜ່ວັດທະນະທຳຊາ ຂອງຈີນ. ຄວນປະຕິບັດການອະນຸລັກຢ່າງເປັນລະບົບຕໍ່ມໍລະດົກວັດທະນະທຳນາມມະທຳໃຫ້ດີຢ່າງແທ້ຈິງ,ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ວັດທະນະທຳແລະຈິດໃຈທີ່ນັບມື້ນັບຫຼາຍຂຶ້ນຂອງປະຊາຊົນ,ຊຸກຍູ້ການສ້າງຄວາມໝັ້ນໃຈແລະຄວາມເຂັ້ມແຂງທາງດ້ານວັດທະນະທຳ, ຊຸກຍູ້ໃຫ້ວັດທະນະທຳຈີນກ້າວໄປສູ່ໂລກໃຫ້ດີກວ່າເກົ່າ.


ວັນທີ 29 ພະຈິກຜ່ານມານີ້, “ເຕັກນິກແລະສິລະປະເຮັດຊາແບບດັ້ງເດີມຂອງຈີນ ແລະຮີດຄອງປະເພນີທີ່ກ່ຽວຂ້ອງ”  ທີ່ຈີນສະເໜີນັ້ນ ໄດ້ຜ່ານການປະເມີນ ແລະ ພິຈາລະນາ ໃນກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການລະຫວ່າງຊາດແຫ່ງການອະນຸລັກມໍລະ ດົກວັດທະນະທຳນາມມະທຳຂອງອົງການຍູເນັດສະໂກ (UNESCO) ທີ່ຈັດຂຶ້ນຢູ່ນະຄອນຫຼວງ ຣາບັດປະເທດມາຣົກ, ຖືກຈັດເຂົ້າໃນບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳນາມມະ ທຳຂອງມວນມະນຸດຂອງອົງການຍູເນັດສະໂກ (UNESCO). ມາຮອດປັດຈຸບັນ, ຈີນລວມມີ 43 ໂຄງການ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ, ກາຍເປັນອັນດັບໜຶ່ງຂອງໂລກ.