ກະຊວງການຄ້າຈີນໃຫ້ຄຳຕອບກ່ຽວກັບຈີນກ່າວຟ້ອງອາເມຣິກາໃຊ້ມາດຕະການຄວບຄຸມການສົ່ງອອກແບບໂລເລເພື່ອຈຳກັດການຄ້າຜະລິດຕະພັນເຕັກໂນໂລຊີ ເຊັ່ນ: ແຜ່ນຊິບ ແລະອື່ນໆຢູ່ອົງການການຄ້າໂລກ

2022-12-13 14:40:05 cri


ວັນທີ 12 ທັນວານີ້, ເຈົ້າໜ້າທີ່ອົງການສົນທິສັນຍາ ແລະກົດໝາຍຂອງກະຊວງການຄ້າຈີນກ່າວວ່າ: ໃນວັນທີ 12 ທັນວາ 2022, ຈີນໄດ້ຟ້ອງຮ້ອງອາເມຣິກາທີ່ໃຊ້ມາດຕະການຄວບຄຸມການສົ່ງອອກຜະລິດຕະພັນ ເຊັ່ນ: ແຜ່ນຊິບ ແລະອື່ນໆໃຫ້ປະເທດຈີນຕໍ່ກົນໄກແກ້ໄຂຂໍ້ຂັດແຍ້ງຂອງອົງການການຄ້າໂລກ. ຈີນຍື່ນຟ້ອງຮ້ອງຕໍ່ອົງການການຄ້າໂລກແມ່ນເພື່ອແກ້ໄຂບັນຫາດ້ວຍວິທີທາງກົດໝາຍ, ແມ່ນວິທີທີ່ຈຳເປັນເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຈີນ.

 

ເຈົ້າໜ້າທີ່ອົງການສົນທິສັນຍາ ແລະກົດໝາຍຂອງກະຊວງການຄ້າຈີນໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບຈີນຟ້ອງຮ້ອງອາເມຣິກາທີ່ໃຊ້ມາດຕະການຄວບຄຸມການສົ່ງອອກແບບໂລເລເພື່ອຈຳກັດການຄ້າຜະລິດຕະພັນ ເຊັ່ນ: ແຜ່ນຊິບ ແລະອື່ນໆຢູ່ອົງການການຄ້າໂລກ.


ທ່ານກ່າວຕື່ມວ່າ: ຫວັງວ່າອາເມຣິກາຈະຍົກເລີກແນວຄິດເກມຜົນລວມເປັນສູນ, ແກ້ໄຂການກະທຳຜິດຢ່າງທັນການ, ຍຸດຕິການລົບກວນດ້ານການຄ້າຜະລິດຕະພັນເຕັກໂນໂລຊີ ເຊັ່ນ: ແຜ່ນຊິບ ແລະອື່ນໆ, ຮັກສາການຄ້າລະຫວ່າງຈີນ ແລະອາເມຣິກາໃຫ້ເປັນປົກກະຕິ, ຮັກສາຄວາມມີສະຖຽນລະພາບຂອງລະບົບຕ່ອງໂສ້ການຜະລິດ ແລະການສະໜອງທີ່ສຳຄັນໃນທົ່ວໂລກ ເຊັ່ນ: ແຜ່ນຊິບ ແລະອື່ນໆ.