ທ່ານຫວາງຢີ້ພົບປະກັບທ່ານຜັກຈິນ ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີຜ່ານທາງວິດີໂອ

2022-12-13 14:17:30 cri


ວັນທີ 12 ທັນວານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຜັກຈິນ ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີຜ່ານທາງວິດີໂອ.

ທ່ານຫວາງຢີ້ກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຢຸນຊົກຢອນ ປະທານາທິບໍດີສ.ເກົາຫຼີຢູ່ເກາະບາຫຼີຂອງອິນໂດເນເຊຍຢ່າງສຳເລັດຜົນ. ຈີນຍິນດີເພີ່ມທະວີການແລກປ່ຽນດ້ານຍຸດທະສາດກັບສ.ເກົາຫຼີ, ສຸມໃສ່ການຮ່ວມມືໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພົວພັນຈີນ-ສ.ເກົາຫຼີໃຫ້ຂະຫຍາຍໄປໜ້າຢ່າງປອດໄສ ແລະໝັ້ນທ່ຽງ, ຮັບປະກັນຄວາມປອດໄພ ແລະຄວາມສະດວກຂອງຕ່ອງໂສ້ການຜະລິດ ແລະການສະໜອງ, ຮັກສາລະບົບການຄ້າເສລີສາກົນ, ເພີ່ມທະວີການປະສານງານ ແລະການຮ່ວມມືທີ່ກ່ຽວຂ້ອງກັບບັນຫາພາກພື້ນ ແລະໃນໂລກ.

 

ທ່ານຜັກຈິນກ່າວວ່າ: ຝ່າຍສ.ເກົາຫຼີຄອງຄອຍຈີນສືບຕໍ່ມີຄວາມຈະເລີນຮຸ່ງເຮືອງ ແລະພັດທະນາກ້າວໄປໜ້າ. ຍິນດີຈັດຕັ້ງປະຕິບັດຄວາມເຫັນອັນສຳຄັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດ, ເພີ່ມທະວີການແລກປ່ຽນ ແລະການສື່ສານຂັ້ນສູງ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະການໄປມາຫາສູ່ກັນລະຫວ່າງປະຊາຊົນ, ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍໄປສູ່ລະດັບສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ.