ງານວາງສະແດງການຄ້າດີຈີຕອນຄັ້ງທຳອິດຈັດຂຶ້ນຢູ່ນະຄອນຮາງໂຈ່ວ ສ້າງເວທີແນະນຳທິດທາງດ້ານຂົງເຂດການຄ້າດີຈີຕອນໃນທົ່ວໂລກ

2022-12-14 17:42:12 cri


ງານວາງສະແດງການຄ້າດີຈີຕອນໂລກຄັ້ງທຳອິດກຳລັງຈັດຂຶ້ນຢູ່ນະຄອນຮາງໂຈ່ວແຂວງເຈີ້ຈ່ຽງຈີນ, ໃນໄລຍະຈັດງານ, ຈະຈັດເວທີເປິກສາຫາລືຫົວຂໍ້ຕ່າງໆ 16 ຄັ້ງ, ປະກາດຜົນສຳເລັດສຳຄັນຈຳນວນໜຶ່ງ, ເພື່ອສ້າງງານຄັ້ງນີ້ໃຫ້ເປັນເວທີແນະນຳທິດທາງດ້ານຂົງເຂດການຄ້າດີຈີຕອນໃນທົ່ວໂລກ.


ໃນກອງປະຊຸມລະບົບເຄື່ອນໄຫວດ້ານເສດຖະກິດສັງຄົມທາງດີຈີຕອນທົ່ວໂລກຄັ້ງທຳອິດປີ 2022 ເຊິ່ງເປັນໜຶ່ງໃນບັນດາເວທີເປິກສາຫາລືຂອງງານດັ່ງກ່າວ, ໄດ້ສະເໜີແຜນການ “ເຮັດໃຫ້ການຄ້າດີຈີຕອນພັດທະນາໄປສູ່ທົ່ວ ໂລກ”,ໂດຍປິ່ນອ້ອມຊັບພະຍາກອນທີ່ເປັນທ່າແຮງແລະຄວາມຮຽກຮ້ອງຕ້ອງການຂອງຂະ ແໜງການຕ່າງໆຂອງແຂວງເຈີ້ຈ່ຽງ, ລວມທັງ ດ້ານການແພດແລະຢາຊີວະພາບ, ອຸປະກອນ ລະດັບສູງ, ການຈໍລະຈອນສິນຄ້າແບບອັດສະລິຍະແລະຂະແໜງການພັດທະນາຈະເລີນໃໝ່ ອື່ນໆ, ອຳນວຍແຜນການແກ້ໄຂບັນຫາດ້ານການຂະຫຍາຍການຜະລິດແລະການຄ້າຢ່າງເປັນລະບົບໃຫ້ວິສາຫະກິດ, ຊ່ວຍໃຫ້ການຜະລິດແລະການຄ້າຂະຫຍາຍໄປສູ່ທົ່ວໂລກ, ຊຸກຍູ້ການຫັນເປັນດີຈີຕອນແລະຍົກລະດັບຂອງຂະແໜງການແບບດັ້ງເດີມ, ຊຸກຍູ້ໃຫ້ທາງອອນລາຍກັບອອຟລາຍເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.