ຈັດພິທີລະດັບຊາດເພື່ອໄວ້ອາໄລຜູ້ເສຍຊີວິດໃນການສັງຫານໂຫດນານກິ່ງປະຈໍາປີ 2022

2022-12-14 13:39:03 CRI

 

    ຕອນເຊົ້າວັນທີ 13 ທັນວານີ້, ຄະນະກຳມະການສູນກາງພັກຄອມມູນິດຈີນ ແລະລັດຖະບານຈີນໄດ້ຈັດພິທີລະດັບຊາດເພື່ອໄວ້ອາໄລຢ່າງສຸດຊື້ງຕໍ່ຜູ້ເສຍຊີວິດໃນການສັງຫານໂຫດນານກິ່ງປະຈໍາປີ 2022 ຢູ່ນະຄອນນານກິ່ງ. ທ່ານ ຊ້າຍສີ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຄະນະເລຂາທິການສູນກາງພັກໄດ້ເຂົ້າຮ່ວມແລະກ່າວຄໍາປາໄສໃນພິທີຄັ້ງນີ້.



    ໃນໂອກາດນີ້, ຜູ້ຕາງໜ້າຊາວໜຸ່ມ-ເຍົາວະຊົນນະຄອນນານກິ່ງ 85 ຄົນໄດ້ອ່ານ “ຖະແຫຼງການສັນຕິພາບ”, ຜູ້ຕາງໜ້າວົງການຕ່າງໆໃນສັງຄົມ 6 ຄົນໄດ້ລັ່ນຄ້ອງສັນຕິພາບ, ພ້ອມດຽວກັນນີ້ຍັງມີການປ່ອຍນົກກາງແກສັນຕິພາບ 3.000 ໂຕເພື່ອສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດກໍຄືຄວາມຄາດຫວັງຕໍ່ສັນຕິພາບໂລກ.

 


    ຜູ້ຕາງໜ້າທະຫານແລະນັກຮົບເກົ່າທີ່ເຄີຍເຂົ້າຮ່ວມສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນ, ຜູ້ຕາງໜ້າຈາກສູນກາງພັກ, ລັດແລະກອງທັບ, ສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳແລະການຄ້າທົ່ວປະເທດ, ບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ, ຜູ້ລອດຊີວິດຈາກການສັງຫານໂຫດນານກິ່ງ, ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ, ຜູ້ຕາງໜ້າປະຊາຊົນໃນວົງການຕ່າງໆຂອງແຂວງຈ່ຽງຊູ່ ແລະພາກສ່ວນອື່ນໆໄດ້ເຂົ້າຮ່ວມພິທີໄວ້ອາໄລໃນຄັ້ງນີ້.