ສຳ​ນວນ​ທີ່​ປະ​ທັບ​ໃຈກ່ຽວກັບ “ຊາຈີນ” ຂອງທ່ານສີຈິ້ນຜິງ

2022-12-14 17:59:44 cri

 



 ວັນທີ 29 ພະຈິກ 2022, ກຳມະວິທີການຜະລິດຊາແບບດັ້ງເດີມພ້ອມດ້ວຍຮີດຄອງປະເພນີທີ່ກ່ຽວຂ້ອງຂອງຈີນ ໄດ້ຜ່ານການຮັບຮອງໃຫ້ເປັນຕົວແທນມໍລະດົກວັດທະນະທຳນາມມະທຳມວນມະນຸດຂອງອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະ ທຳແຫ່ງສະຫະປະຊາຊາດ ຫຼື ຍູເນັດສະໂກ ໃນກອງປະຊຸມສະໄໝສາມັນຂອງຄະນະກຳມະການລະຫວ່າງລັດຖະບານເພື່ອອະນຸລັກມໍລະດົກວັດທະນະທຳນາມມະທຳອົງການຍູເນັດສະໂກ ຄັ້ງທີ 17 ທີ່ຈັດຂຶ້ນຢູ່ນະຄອນຫຼວງຣາບັດ ປະເທດມາຣົກ. ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳຊີ້ແຈງອັນສຳຄັນກ່ຽວກັບວຽກງານອະນຸລັກມໍລະດົກວັດທະນະທຳນາມມະທຳເມື່ອບໍ່ດົນມານີ້ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ: “‘ກຳມະວິທີການຜະລິດຊາແບບດັ້ງເດີມພ້ອມດ້ວຍຮີດຄອງປະເພນີທີ່ກ່ຽວຂ້ອງຂອງຈີນ’ໄດ້ຖືກຮັບຮອງໃຫ້ເປັນຕົວ ແທນມໍລະດົກວັດທະນະທຳນາມມະທຳມວນມະນຸດຂອງອົງການຍູເນັດສະໂກ ເຊິ່ງມີຄວາມໝາຍສຳຄັນຫຼາຍຕໍ່ການເສີມຂະຫຍາຍວັດທະນະທຳດ້ານຊາຂອງຈີນ.” ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຕ້ອງປະຕິບັດວຽກງານອະນຸລັກມໍລະດົກວັດທະນະທຳນາມມະທຳຢ່າງເປັນລະບົບໃຫ້ໜັກແໜ້ນ ເພື່ອຕອບສະໜອງຄວາມຕ້ອງການດ້ານວັດທະນະທຳທາງຈິດໃຈຂອງປະຊາຊົນທີ່ນັບມື້ນັບເພີ່ມຂຶ້ນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ຊຸກຍູ້ການສ້າງຄວາມໝັ້ນໃຈແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວັດທະນະທຳ.ຕໍ່ໄປພວກເຮົາຈະທົບທວນຄືນສຳນວນທີ່ປະທັບໃຈກ່ຽວກັບຊາຈີນຂອງທ່ານສີຈິ້ນຜິງ.

 

ຊາ ມີຕົ້ນກຳເນີດຢູ່ປະເທດຈີນ ແຕ່ໄດ້ຮັບຄວາມນິຍົມໃນທົ່ວໂລກ. ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານອະນຸ ລັກ, ສືບທອດແລະພັດທະນາວັດທະນະ ທຳດ້ານຊາ, ແລະຍັງໄດ້ຍົກເອົາຊາມາບັນຍາຍທັດສະນະຫຼາຍເທື່ອ, ເພື່ອອະທິບາຍເນື້ອໃນວັດທະນະທຳຂອງຊາອີກດ້ວຍ ໂດຍທ່ານໄດ້ໃຊ້ຄຳປຽບທຽບເພື່ອບັນຍາຍວິທີການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນກັບທຳມະ ຊາດ, ສົ່ງເສີມຄ່ານິຍົມຕ່າງໆໃນການພົວພັນລະຫວ່າງຊາດເຊັ່ນ: “ກົມກຽວກັນແຕ່ມີຄວາມແຕກຕ່າງກັນ",“ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ”ແລະອື່ນໆ.

 

ວັນທີ 21 ພຶດສະພາ2020, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍເຖິງກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນຊາສາກົນ. ເນື້ອໃນສານຊົມເຊີຍລະບຸວ່າ: ອົງການສະຫະປະຊາຊາດກຳນົດ ວັນຊາສາກົນ 21 ພຶດສະພາ ໄດ້ສ່ອງແສງໃຫ້ເຫັນວ່າ: ປະຊາຄົມໂລກຍອມຮັບແລະໃຫ້ຄວາມສຳຄັນຕໍ່ຄຸນຄ່າຂອງໃບຊາ, ເຊິ່ງມີຄວາມໝາຍສຳຄັນຫຼາຍຕໍ່ການພັດທະນາອຸດສາຫະກຳໃບຊາແລະເສີມຂະຫຍາຍວັດທະນະທຳດ້ານຊາ.

 

“ໃນຖານະເປັນປະເທດໃຫຍ່ດ້ານການຜະລິດແລະບໍລິໂພກໃບຊາ, ຈີນຍິນດີຮ່ວມກັບຝ່າຍຕ່າງໆ ຊຸກຍູ້ອຸດສາຫະກຳໃບຊາຂອງໂລກໃຫ້ພັດທະນາຢ່າງປອດໃສແລະຍືນຍົງ, ລົງເລິກຊຸກຍູ້ການເຊື່ອມໂຍງແລະຖອດຖອນບົດຮຽນເຊິ່ງກັນແລະກັນທາງວັດທະນະ ທຳດ້ານຊາ ເພື່ອເຮັດໃຫ້ມີຄົນຮັບຮູ້ຊາ,ນິຍົມຊາຫຼາຍກວ່າເກົ່າ,ຮ່ວມກັນສຳຜັດວັດທະນະທຳດ້ານຊາດ້ວຍການດື່ມຊາ ແລະຮ່ວມ ກັນຊົມໃຊ້ຊີວິດທີ່ດີງາມ.”

 

ພາຍໃຕ້ການໃຫ້ຄວາມສຳຄັນແລະການຊຸກຍູ້ສົ່ງເສີມຈາກທ່ານສີຈິ້ນຜິງ, “ຊາຈີນ”ໄດ້ກາຍເປັນສື່ສຳຄັນໃນການສືບທອດແລະເສີມຂະຫຍາຍວັດທະນະທຳຈີນ.

 

   ຈາກເສັ້ນທາງສາຍໄໝ, ເສັ້ນທາງມ້າຕ່າງຊາ ແລະເສັ້ນທາງເຮືອບັນທຸກຊາໃນສະໄໝບູຮານຈົນຮອດແລວເສດຖະກິດເສັ້ນ ທາງສາຍໄໝ, ເສັ້ນທາງສາຍໄໝທາງທະເລໃນສັດຕະວັດທີ21 ໃນທຸກມື້ນີ້, ໂດຍຜ່ານປະຫວັດສາດອັນຍາວນານ ແລະຂ້າມຜ່ານພົມແດນປະເທດຕ່າງໆ, ຊາໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງຈາກປະຊາຊົນບັນດາປະເທດຢູ່ໃນໂລກ.ທົ່ວໂລກມີ 60 ກວ່າປະເທດແລະເຂດແຄວ້ນໄດ້ຜະລິດຊາ, ປະຊາກອນຜູ້ດື່ມຊາມີຫຼາຍກວ່າ 2 ຕື້ຄົນ.

 

ສວນຊາທີ່ຂຽວງາມຢູ່ແຫ່ງຕ່າງໆໄດ້ເປັນສັກຂີພິຍານໃຫ້ກັບທ່ານສີຈິ້ນຜິງທີ່ໄດ້ຝາກຄວາມມຸ່ງຫວັງເປັນຢ່າງສູງໄວ້ກັບການສືບທອດມໍລະດົກວັດທະນະທຳ, ຍຶດໝັ້ນການພັດທະນາແບບສີຂຽວ ແລະຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.

 

ເດືອນມີນາປີ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງ, ຫຼັງຈາກໄດ້ຢ້ຽມຊົມວິທີການຂົ້ວຊາລົງຈິງຂອງປະຊາຊົນທ້ອງຖິ່ນແລ້ວ, ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ປະຊາຊົນທັງຫຼາຍຈົ່ງສືບທອດມໍລະດົກວັດທະນະທຳນາມມະທຳຕ່າງໆເປັນຕົ້ນແມ່ນ ສີມືຫັດຖະກຳດັ້ງເດີມ ແລະອື່ນໆໃຫ້ເກີດມີປະສິດທິຜົນທີ່ດີ. ເດືອນເມສາປີດຽວກັນ, ໃນໄລຍະລົງເຄື່ອນໄຫວຢ້ຽມຢາມແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປໃນສວນຊາເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນຊາ, ພ້ອມທັງໂອ້ລົມສົນທະນາຢ່າງສະໜິດສະໜົມກັບຊາວສວນຊາທັງຫຼາຍ, ເພິ່ນຫວັງວ່າ ພີ່ນ້ອງປະຊາຊົນທັງຫຼາຍຈະກ້າວເດີນໄປຕາມເສັ້ນທາງພັດທະນາແບບສີຂຽວ ແລະຖືສິ່ງແວດລ້ອມນິເວດເປັນບຸລິມະສິດ, ສ້າງຄວາມຮັ່ງມີດ້ວຍໃບຊາ ແລະພັດທະນາທຸລະກິດດ້ວຍໃບຊາ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລ້ວມຸ່ງໜ້າສູ່ຊີວິດການເປັນຢູ່ທີ່ອີ່ມໜຳສຳລານ.

 



ເດືອນມີນາປີ2021, ທ່ານສີຈິ້ນຜິງໄດ້ເດີນທາງໄປເມືອງອູຢີຊ່ານແຂວງຟູຈ້ຽນເພື່ອສຳຫຼວດກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນຊາ, ຮັບຮູ້ສະພາບການພັດທະນາຂອງອຸດສາຫະກຳໃບຊາຢູ່ທ້ອງຖິ່ນແຫ່ງນີ້. ທ່ານກ່າວວ່າ: “ໃນເມື່ອກ່ອນ ອຸດສາຫະກຳໃບຊາເປັນເສົາຄ້ຳແຫ່ງການລຶບລ້າງຄວາມທຸກຍາກຂອງພວກສະຫາຍ, ໃນຕໍ່ໜ້າ ຕ້ອງສ້າງອຸດສາຫະກຳໃບຊາໃຫ້ເປັນເສົາຄ້ຳແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.” ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳວ່າ ຕ້ອງ ວາງແຜນເປັນເອກະພາບກັນເພື່ອພັດທະນາວັດທະນະທຳດ້ານຊາ, ອຸດສາຫະກຳໃບຊາ ແລະວິທະຍາສາດເຕັກນິກດ້ານຊາໃຫ້ດີ.

 



ເດືອນເມສາປີ2022, ເປັນລະດູໃບໄມ້ປົ່ງອີກຄັ້ງ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າຕາແສງສຸຍໝານເມືອງອູຈືຊ່ານ ແຂວງໄຫຫຼຳ. ເພິ່ນໄດ້ເຂົ້າຮ່ວມການຂົ້ວຊານຳຊາວບ້ານຢູ່ໂຮງຂົ້ວຊາດ້ວຍມື, ແລະຍັງໄດ້ຊື້ໃບຊາສອງຖົງ. ເພິ່ນໄດ້ໃຫ້ກຳລັງໃຈແກ່ຊາວບ້ານວ່າ ຈົ່ງເຮັດທຸລະກິດໃບຊາໃຫ້ດີ ເພື່ອສ້າງຊີວິດການເປັນຢູ່ໃຫ້ດີກວ່າເກົ່າ.

 

ວັດທະນະທຳດ້ານຊາ ແມ່ນໄດ້ເຊື່ອມສານປັດຊະຍາດ້ານຊີວິດແລະວິທີການຕ້ອນຮັບແຂກຂອງຄົນຈີນ.

 



ເດືອນເມສາປີ2014, ໃນເວລາຢ້ຽມຢາມປະເທດແບນຊິກ, ທ່ານສີຈິ້ນຜິງໄດ້ຖືເອົາ ຊາ ກັບ ເຫຼົ້າ ມາປຽບທຽບສອງວິທີການທີ່ແຕກຕ່າງກັນຂອງປະເທດຕາເວັນອອກກັບປະເທດຕາເວັນຕົກໃນການຄົ້ນຄິດຄຸນຄ່າຂອງຊີວິດ ແລະການເຂົ້າໃຈໂລກ. ທ່ານກ່າວວ່າ: “ ຊາ ກັບເຫຼົ້າ ບໍ່ແມ່ນວ່າຈະບໍ່ສາມາດເຊື່ອມໂຍງເຂົ້າກັນໄດ້, ຄົນເຮົາບໍ່ພຽງແຕ່ສາມາດດື່ມເຫຼົ້າກັບເພື່ອນມິດຢ່າງສຸດໃຈເທົ່ານັ້ນ ຍັງສາມາດດື່ມຊາກັບໝູ່ເພື່ອນທັງສຳນຶກຮູ້ຊີວິດໄປພ້ອມ ” ຈີນມີຈຸດຢືນທີ່ວ່າ  “ກົມກຽວກັນແຕ່ມີຄວາມແຕກຕ່າງກັນ” ແຕ່ສະຫະພາບເອີຮົບແມ່ນເນັ້ນໜັກວ່າ “ຫຼາຍເຄົ້າແລະເຊື່ອມໂຍງເຂົ້າກັນ”. ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນ-ເອີຣົບຄວນພະຍາຍາມຮ່ວມກັນເພື່ອສົ່ງເສີມໃຫ້ມາລາອະລິຍະທຳຕ່າງໆຂອງມວນມະນຸດແຂ່ງຂັນກັນເບັ່ງບານເຮືອງເຮື່ອ.

 

ເດືອນກໍລະກົດປີ2014, ໃນເວລາປາຖະກະຖາຢູ່ທີ່ສຳນັກງານລັດຖະສະພາບຣາຊີນ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ເມື່ອ200ປີກ່ອນ, ຊາວສວນຊາຈີນກຸ່ມທຳອິດໄດ້ເດີນທາງໄກແສນໄກໄປສອນວິທີການປູກຊາຢູ່ບຣາຊີນ”,“ມິດຕະພາບອັນຈິງໃຈ ທີ່ປະຊາຊົນຈີນ-ບຣາຊີນໄດ້ສ້າງຂຶ້ນມາແຕ່ບູຮານນະການກໍປຽບເໝືອນການອອກແຮງງານຢ່າງດຸໝັ່ນຂອງຊາວສວນຊາຈີນ ທີ່ໄດ້ປູກຄວາມຫວັງໄວ້ ແຕ່ໄດ້ເກັບກ່ຽວຄວາມສຸກ, ແລະສຳຜັດໄດ້ເຖິງມິດຕະພາບ.”

 



ເດືອນມັງກອນປີ2017, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ໄດ້ຮ່ວມກັບທ່ານຫງວຽນຟູ່ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມດື່ມຊາພ້ອມທັງໂອ້ລົມກັນກ່ຽວກັບວັດທະນະທຳດ້ານຊາແລະມິດຕະພາບລະຫວ່າງປະຊາຊົນສອງຊາດຈີນ-ຫວຽດນາມ. ໃນໂອກາດນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າວ່າ: ວິເຄາະໂຄງສ້າງຂອງຕົວໜັງສືຈີນທີ່ວ່າ “ຊາ” ຈະເຫັນໄດ້ວ່າ ແມ່ນຄົນຄົນໜຶ່ງຢູ່ກາງຕົ້ນໄມ້ໃບຫຍ້າ. ຄຳອະທິບາຍທີ່ມີຄວາມສະຫຼາດຄ່ອງແຄ້ວຂອງທ່ານສີຈິ້ນຜິງໄດ້ຊີ້ແຈງໃຫ້ເຫັນທາດແທ້ຂອງປັດຊະຍາວັດທະນະທຳຈີນທີ່ວ່າ “ກົດແຫ່ງການເຄື່ອນໄຫວຂອງທຸກສິ່ງຢ່າງຢູ່ໃນໂລກແມ່ນເປັນໄປຕາມກົດເກນທຳມະ ຊາດ”.

ຍົກເອົາຊາມາເປັນຕົວຢ່າງເພື່ອເລົ່າເລື່ອງ ແລະເຫດຜົນ.ໃນຂະບວນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຊາຈີນໄດ້ກາຍເປັນທູດວັດທະນະທຳແຫ່ງການຖ່າຍທອດແນວຄວາມຄິດດ້ານການຕ່າງປະເທດໃນຖານະປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ.