ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບການເຈລະຈາລະຫວ່າງເຈົ້າໜ້າທີ່ຈີນ ແລະອາເມຣິກາຢູ່ເມືອງລາງຟາງ

2022-12-14 14:45:52 cri

 

ວັນທີ 11 ຫາ 12 ທັນວານີ້, ທ່ານເສ້ຍເຟິ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ດຳເນີນການເຈລະຈາກັບທ່ານດານຽວ ຄຣີເຕິນບຣີງ ຮອງລັດຖະມົນຕີຮັບຜິດຊອບວຽກງານອາຊີປາຊີຟິກຂອງກະຊວງການຕ່າງປະເທດອາເມຣິກາ ແລະທ່ານນາງເລົາຣາ ໂຣເຊນເບີເກີ ຫົວໜ້າລະດັບສູງດ້ານວຽກງານຈີນຂອງສະພາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວອາເມຣິກາ ຢູ່ເມືອງລາງຟາງແຂວງເຮີເປີຍຈີນ. ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 13 ທັນວານີ້.

 

ທ່ານຫວ່າງເວີນປິ່ນກ່າວວ່າ: ສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບ ການຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ບັນລຸໄດ້ໃນການເຈລະຈາລະຫວ່າງປະມຸກລັດຈີນແລະອາເມຣິກາຢູ່ເກາະບາຫຼີຂອງອິນໂດເນເຊຍ, ຊຸກຍູ້ການເປິກສາຫາລືກ່ຽວກັບຫຼັກການຊີ້ນຳສາຍພົວພັນຈີນ ແລະອາເມຣິກາ, ແກ້ໄຂບັນຫາອ່ອນໄຫວທີ່ສຳຄັນໃນການພົວພັນສອງຝ່າຍຢ່າງເໝາະສົມ ເຊັ່ນ: ບັນຫາໄຕ້ຫວັນ ແລະອື່ນໆ, ເພີ່ມທະວີການແລກປ່ຽນໃນທຸກລະດັບ ແລະດຳເນີນການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງ, ພ້ອມທັງໄດ້ແລກປ່ຽນຄຳຄິດເຫັນຢ່າງກວ້າງຂວາງກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ.

 

ທ່ານກ່າວຕື່ມວ່າ: ສອງຝ່າຍມີຄວາມເຫັນເປັນເອກະພາບກັນວ່າ: ການເຈລະຈາຄັ້ງນີ້ໄດ້ຈັດຂຶ້ນຢ່າງເປີດອົກເປີດໃຈ, ເລິກເຊິ່ງ ແລະມີລັກສະນະສ້າງສັນ, ສອງຝ່າຍຍິນດີສືບຕໍ່ຮັກສາການແລກປ່ຽນ, ຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດ.