ຈີນຈັດຕັ້ງປະຕິບັດຄວາມຮັບຜິດຊອບໃນການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ

2022-12-14 14:04:18 CRI


ຫວ່າງບໍ່ດົນມານີ້, ຫ້ອງວ່າການສູນກາງພັກຄອມມູນິດຈີນ, ຫ້ອງວ່າການລັດຖະບານຈີນໄດ້ເຜີຍແຜ່ “ວິທີຈັດຕັ້ງປະຕິບັດຄວາມຮັບຜິດຊອບໃນການພັດທະນາຊົນນະບົດໃຫ້ຈະເລີນ”, ເຊິ່ງມີຈຸດປະສົງຕົ້ນຕໍເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ ແລະ ວຽກງານທີ່ກ່ຽວຂ້ອງໃຫ້ໜັກແໜ້ນ, ຮັບປະກັນໜ້າທີ່ວຽກງານສຳຄັນດ້ານຕ່າງໆໃນການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານນັ້ນໄດ້ຮັບຄວາມຄືບໜ້າຢ່າງແທ້ຈິງ.


ຄາດໝາຍລວມມີດັ່ງຕໍ່ໄປນີ້:

ໜຶ່ງ, ຊົນນະບົດແຫ່ງຕ່າງໆມີທ່າແຮງດ້ານຊັບພະຍາກອນທຳມະຊາດ, ໄລຍະການພັດທະນາ ແລະ ພື້ນຖານດຳເນີນງານທີ່ແຕກຕ່າງກັນ, ຕ້ອງປະສານສົມທົບກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຕົນຢ່າງໃກ້ຊິດ, ຈັດຕັ້ງປະຕິບັດຄວາມຮັບຜິດຊອບໃນການພັດທະນາຊົນນະບົດຢ່າງໜັກແໜ້ນ, ກຳນົດຈຸດສຳຄັນຂອງໜ້າທີ່ວຽກງານຕາມທຸກທ້ອງຖິ່ນ ແລະ ທຸກປະເພດ,ປະສານສົມທົບໃນການຊຸກຍູ້ຄວາມຈະເລີນດ້ານອຸດສາຫະກຳ, ຜູ້ມີຄວາມຮູ້ຄວາມສາມາດ, ວັດທະນະທຳ, ສິ່ງແວດລ້ອມນິເວດ ແລະ ການຈັດຕັ້ງຢູ່ຊົນນະບົດ.


 ສອງ, ຈັດຕັ້ງປະຕິບັດຄວາມຮັບຜິດຊອບຫຼັກຂອງຄະນະພັກ ແລະ ອົງການປົກຄອງທຸກຂັ້ນໃນວຽກງານພັດທະນາຊົນນະບົດໃຫ້ຈະເລີນຢູ່ທ້ອງຖິ່ນຕົນ, ເນັ້ນໜັກເຖິງຄວາມຮັບຜິດຊອບຂອງທຸກພາກສ່ວນ ແລະ ທຸກຂະແໜງການ, ເສີມຂະຫຍາຍບົດບາດຂອງໜ່ວຍງານຊີ້ນຳວຽກງານຊົນນະບົດຂອງຄະນະພັກທຸກຂັ້ນໃນການກຳແໜ້ນໜ້າທີ່ລວມ ແລະ ການປະສານງານ, ປະສານສົມທົບວຽກງານພັດທະນາຊົນນະບົດໃຫ້ຈະເລີນທີ່ແຈກຢາຍຢູ່ຫຼາຍພາກສ່ວນ ແລະ ຫຼາຍຂົງເຂດໃຫ້ເປັນເອກະພາບກັນ, ກາຍເປັນກຳລັງສັງລວມດ້ານນະໂຍບາຍ ແລະ ການດຳເນີນງານແຫ່ງການພັດທະນາຊົນນະບົດໃຫ້ຈະເລີນ.


ສາມ, ປະຕິບັດຄວາມຮຽກຮ້ອງດ້ານການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນທົ່ວຂະບວນການ ແລະທຸກຂອດໃນການພັດທະນາຊົນນະບົດໃຫ້ຈະເລີນ, ຍຶດໝັ້ນຖືຄຸນນະພາບເໜືອປະລິມານ, ປະສິດທິຜົນຕົວຈິງຢູ່ເໜືອຄວາມໄວ, ເດັດດ່ຽວຄັດຄ້ານລັດທິຮູບແບບ ແລະລັດທິອາຍາສິດ, ຊຸກຍູ້ວຽກງານພັດທະນາຊົນນະບົດດ້ານຕ່າງໆຢູ່ກັບການເຮັດວຽກຕົວຈິງ ແລະແກ້ໄຂບັນຫາຫຍຸ້ງຍາກໃຫ້ກັບຊາວກະສິກອນ, ເຮັດໃຫ້ຊາວກະສິກອນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ຄວາມຮູ້ສຶກມີຄວາມສຸກ ແລະ ຄວາມຮູ້ສຶກມີຄວາມປອດໄພທີ່ຫຼາຍກວ່າເກົ່າໃນການພັດທະນາຊົນນະບົດໃຫ້ຈະເລີນ.


 ສີ່, ປັບປຸງໂຄງປະກອບຊີ້ນຳນຳພາວຽກງານຊົນນະບົດທີ່ຄະນະພັກເປັນຜູ້ຊີ້ນຳນຳພາເປັນເອກະພາບກັນ, ອົງການປົກຄອງເປັນຜູ້ຮັບຜິດຊອບ, ພາກສ່ວນວຽກງານຊົນນະບົດຂອງຄະນະພັກເປັນຜູ້ປະສານງານ, ຈັດຕັ້ງປະຕິບັດຕາມຄາດໝາຍທີ່ເລຂາພັກຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານເປັນຜູ້ຮັບຜິດຊອບໃນການພັດທະນາຊົນນະບົດໃຫ້ຈະເລີນ.


ເວົ້າລວມແລ້ວ, ການເຜີຍແຜ່ “ວິທີຈັດຕັ້ງປະຕິບັດຄວາມຮັບຜິດຊອບໃນການພັດທະນາຊົນນະບົດໃຫ້ຈະເລີນ” ດັ່ງກ່າວ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານນັ້ນໃຫ້ໄດ້ຮັບປະສິດທິຜົນຕົວຈິງ, ມີຜົນດີຕໍ່ການສ້າງລະບົບຄວາມຮັບຜິດຊອບໃນການພັດທະນາຊົນນະບົດໃຫ້ຈະເລີນ, ເສີມສ້າງກົນໄກຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງເຂັ້ມແຂງ, ແລະຊຸກຍູ້ການສ້າງສະພາບການດຳເນີນງານທີ່ທົ່ວພັກທົ່ວທົ່ວສັງຄົມຮ່ວມແຮງຮ່ວມໃຈກັນຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ.