ໄຂເວທີເປິກສາຫາລືການປ້ອງກັນປະເທດລະດັບສູງລະຫວ່າງຈີນ-ອາເມລິກາລາຕິນຄັ້ງທີ 5

2022-12-14 13:31:03 CRI

 

    ເວທີເປິກສາຫາລືການປ້ອງກັນປະເທດລະດັບສູງລະຫວ່າງຈີນ-ອາເມລິກາລາຕິນຄັ້ງທີ 5 ໄດ້ໄຂຂຶ້ນໃນວັນທີ 13 ທັນວານີ້ຜ່ານທາງວິດີໂອ, ໂດຍມີການນໍາຂອງພາກສ່ວນປ້ອງກັນປະເທດແລະກອງທັບຈາກ 24 ປະເທດເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ເວີ້ຍເຟິ້ງເຮີ ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ກ່າວຄໍາປາໄສວ່າ: ພາຍໃຕ້ການຊີ້ນໍານໍາພາຮ່ວມກັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະການນໍາຂອງປະເທດອາເມລິກາລາຕິນ-ກາຣາອິບ, ສາຍພົວພັນລະຫວ່າງຈີນ-ອາເມລິກາລາຕິນໄດ້ກ້າວເຂົ້າສູ່ຍຸກໃໝ່. ສອງຝ່າຍຄວນເພີ່ມທະວີຄວາມສາມັກຄີແລະການຮ່ວມມື, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຮັບມືກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆ, ປະກອບສ່ວນທີ່ໃຫຍ່ຫຼວງກວ່າເກົ່າອັນໃໝ່ເຂົ້າໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ ພ້ອມທັງການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.



    ການນໍາຂອງພາກສ່ວນປ້ອງກັນປະເທດກໍຄືກອງທັບຂອງປະເທດອາເມລິກາລາຕິນ-ກາຣາອິບກ່າວວ່າ: ຄອງຄອຍເພີ່ມທະວີຄວາມສາມັກຄີແລະປະສານງານກັນກັບຝ່າຍຈີນຕື່ມອີກ ເພື່ອຊຸກຍູ້ການຮ່ວມມືດ້ານການປ້ອງກັນປະເທດລະຫວ່າງອາເມລິກາລາຕິນ-ຈີນໃຫ້ໄດ້ຮັບຄວາມຄືບໜ້າອັນໃໝ່ຢ່າງບໍ່ຢຸດຢັ້ງ.