ກອງປະຊຸມຜູ້ແທນພີ່ນ້ອງຮ່ວມຊາດໄຕ້ຫວັນທົ່ວປະເທດຄັ້ງທີ 11 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2022-12-14 14:42:31 cri

 

ວັນທີ 13 ທັນວານີ້, ກອງປະຊຸມຜູ້ແທນພີ່ນ້ອງຮ່ວມຊາດໄຕ້ຫວັນທົ່ວປະເທດຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຫວາງຮູ້ນີງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມ ແລະກ່າວປາໄສໃນກອງປະຊຸມດັ່ງກ່າວ.

 

ທ່ານຫວາງຮູ້ນີງກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນທຸກຂັ້ນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໃຫ້ຂະຫຍາຍໄປໜ້າໂດຍສັນຕິ ແລະ ລົງເລິກການເຊື່ອມໂຍງ ແລະພັດທະນາໃນຂົງເຂດຕ່າງໆລະຫວ່າງສອງຝັ່ງ. ສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນທຸກຂັ້ນຕ້ອງຄົ້ນຄວ້າຮ່ຳຮຽນແລະຜັນຂະຫຍາຍຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງເລິກເຊິ່ງ, ສົ່ງເສີມການທ້ອນໂຮມປະເທດຊາດເປັນເອກະພາບກັນຢ່າງເດັດດ່ຽວໜຽວແໜ້ນ; ຕ້ອງຕັ້ງໜ້າຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຝັ່ງ, ລົງເລິກການເຊື່ອມໂຍງ ແລະພັດທະນາໃນຂົງເຂດຕ່າງໆລະຫວ່າງສອງຝັ່ງ; ຕ້ອງສຸມໃສ່ການເພີ່ມທະວີການສ້າງສາຂອງຕົນ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງວຽກງານມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນຢ່າງບໍ່ຢຸດຢັ້ງ.

 

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ ໂດຍມີຜູ້ແທນພີ່ນ້ອງຮ່ວມຊາດໄຕ້ຫວັນ 300 ກວ່າຄົນທີ່ມາຈາກບັນດາແຂວງ, ເຂດປົກຄອງຕົນເອງ, ກຳແພງນະຄອນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.