ຮອງນາຍົກລັດຖະມົນຕີຈີນເຂົ້າຢ້ຽມຄຳນັບປະທານາທິບໍດີອີຣານ

2022-12-14 15:20:38 cri

ວັນທີ 13 ທັນວານີ້, ທ່ານຮູຊຸ່ນຮວາ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຢ້ຽມຄຳນັບ ທ່ານເຊຢິດ ອັບບຣາຮິມ ຣາຍຊີ ປະທານາທິບໍດີອີຣານ ທີ່ນະຄອນຫຼວງເຕເຮລານ.


ທ່ານຮູຊຸ່ນຮວາ ໄດ້ສົ່ງຄວາມຢື້ຢາມຖາມຂ່າວທີ່ສະໜິດສະໜົມແລະຄຳອວຍພອນອັນປະເສີດຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄປຍັງທ່ານຮາຍຊີ ປະທານາທິບໍດີອີຣານ. ທ່ານ ກ່າວວ່າ,ຈີນປະຕິບັດຕໍ່ການພົວພັນລະຫວ່າງຈີນກັບອີຣານຈາກລະດັບສູງທາງຍຸດທະສາດ, ຍິນດີຮ່ວມກັບອີຣານ,ຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດໃຫ້ດີຢ່າງແທ້ຈິງ, ທຳຄວາມພະຍາຍາມຮ່ວມກັນເພື່ອຊຸກຍູ້ການປະຕິບັດແຜນການຮ່ວມມືຮອບດ້ານລະຫວ່າງຈີນກັບອີຣານ,ຊຸກຍູ້ໃຫ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າໃໝ່ຂຶ້ນໄປເລື້ອຍໆ.


ທ່ານຣາຍຊີກ່າວວ່າ, ການພົວພັນລະຫວ່າງອີຣານກັບຈີນມີຄວາມໝາຍຍຸດທະສາດທີ່ສຳ ຄັນ. ອີຣານແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈໄດ້ຂອງຈີນມາໂດຍຕະຫຼອດ, ຍິນດີໃຫ້ການສະ ໜັບສະໜູນອັນແຂງແກ່ນເຊິ່ງກັນແລະກັນຕໍ່ບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງແລະ ບັນຫາສຳຄັນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ຕັ້ງໜ້າປະຕິບັດແຜນການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ແລະຊຸກຍູ້ການຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ.