ທ່ານຫວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດຮົງກາລີຜ່ານທາງວິດີໂອ

2022-12-14 13:20:38 CRI

    ວັນທີ 13 ທັນວານີ້, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ປີເຕີ ຊີຈາໂຕ ລັດຖະມົນຕີກະຊວງການຕ່າງປະເທດຮົງກາລີຜ່ານທາງວິດີໂອ, ແລະໄດ້ຮ່ວມກັນລົງນາມໃນສັນຍາວ່າດ້ວຍການສ້າງຕັ້ງຄະນະກໍາມະການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງລະຫວ່າງລັດຖະບານຈີນ-ຮົງກາລີ.


    ໃນໂອກາດນີ້, ທ່ານ ຫວາງຢີ້ ກ່າວວ່າ: ສາຍພົວພັນລະຫວ່າງຈີນ-ຮົງກາລີໄດ້ຮັບການຂະຫຍາຍຕົວຢ່າງປອດໃສ ໝັ້ນທ່ຽງ ແລະຕໍ່ເນື່ອງ, ເຊິ່ງສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ ຍັງມີຜົນດີຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ເອິຣົບໃຫ້ ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງຕື່ມອີກ. ຫວັງວ່າສະຫະພາບເອິຣົບກໍຄືບັນດາປະເທດສະມາຊິກຈະມີສະຕິຕໍ່ການພັດທະນາຂອງຈີນຢ່າງພາວະວິໄສແລະເປັນມິດຄືກັນກັບຮົງກາລີ, ຮັກສາກະແສຫຼັກແຫ່ງໄມຕີຈິດມິດຕະພາບແລະການຮ່ວມມືໃນການພົວພັນລະຫວ່າງຈີນ-ເອີຣົບ.


    ທ່ານ ປີເຕີ ຊີຈາໂຕ ກ່າວວ່າ: ຈີນເປັນຄູ່ຮ່ວມຫາກບໍ່ແມ່ນຄູ່ແຂ່ງຂັນຂອງເອີຣົບ. ຝ່າຍຮົງກາລີຍິນດີພະຍາຍາມຮ່ວມກັບຝ່າຍຈີນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ແລະລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ.