ການຫຼອນໂຈມຕີດ້ວຍລະເບີດທີ່ເກີດຂຶ້ນຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງກາບູນເຮັດໃຫ້ຄົນຈີນ 5 ຄົນບາດເຈັບ

2022-12-14 15:25:55 cri


ວັນທີ 13 ທັນວານີ້, ທ່ານວາງຢວີ ເອກອັກຄະລັດຖະທູດຈີນປະຈຳອັຟການິສະຖານ ກ່າວ ວ່າ,ການຫຼອນໂຈມຕີດ້ວຍລະເບີດທີ່ເກີດຂຶ້ນຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງກາບູນຂອງ ອັຟການິສະຖານ ໃນຕອນບ່າຍວັນທີ 12 ທັນວານີ້ ເຮັດໃຫ້ຄົນຈີນ 5 ຄົນໄດ້ຮັບບາດເຈັບ.


ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິ່ນຮວາໃນວັນທີ 13 ທັນວານີ້, ທ່ານວາງຢວີ ກ່າວວ່າ, ໃນເວລາເກີດເຫດການຫຼອນໂຈມຕີ, ມີຄົນຈີນສິບກວ່າຄົນກຳລັງຢູ່ໃນໂຮງແຮມດັ່ງກ່າວ ເຮັດໃຫ້ 5 ຄົນໄດ້ຮັບບາດເຈັບ. ຜູ້ບາດເຈັບໄດ້ຖືກສົ່ງໄປໂຮງໝໍໃນວັນທີ 12 ທັນວານີ້.


ທ່ານວາງຢວີກ່າວຕື່ມວ່າ, ເມື່ອເຫດການເກີດຂຶ້ນແລ້ວ, ສະຖານທູດຈີນປະຈຳ ອັຟການິສະຖານ ໄດ້ປະຕິບັດກົນໄກຮັບມືກັບສະພາບສຸກເສີນ, ແລະສົ່ງໜ່ວຍງານໄປບ່ອນ ເກີດເຫດເພື່ອຊ່ວຍເຫຼືອຝ່າຍອັຟການິສະຖານດຳເນີນການກອບກູ້ປິ່ນປົວແລະການຈັດວາງຜູ້ ຄົນທີ່ກ່ຽວຂ້ອງ.


ທ່ານວາງຢວີກ່າວຕື່ມອີກວ່າ, ເຫດການເທື່ອນີ້ມີລັກສະນະຊົ່ວຮ້າຍທີ່ສຸດ, ຝ່າຍຈີນສະແດງ ຄວາມກ່າວປະນາມຢ່າງຮຸນແຮງ ແລະສະຖານທູດຈີນປະຈຳອັຟການິສະຖານໄດ້ຕໍ່ວ່າທັກທ້ວງຢ່າງ ເຄັ່ງຂຶມຕໍ່ລັດຖະບານຂ້າມຜ່ານຂອງອັຟການິສະຖານ, ຮຽກຮ້ອງໃຫ້ອັຟການິສະຖານ ກອບ ກູ້ຜູ້ຄົນທີ່ກ່ຽວຂ້ອງຂອງຝ່າຍຈີນຢ່າງສຸດຂີດ, ພ້ອມທັງດຳເນີນການສືບສວນຢ່າງເຖິງຖອງ, ນຳຕົວຜູ້ກະທຳຜິດມາລົງໂທດ, ເພີ່ມທະວີການປ້ອງກັນຄວາມປອດໄພໃຫ້ປະຊາຊົນຈີນແລະ ອົງການຕ່າງໆຂອງຈີນທີ່ຕັ້ງຢູ່ອັຟການິສະຖານຢ່າງແທ້ຈິງ.


ວັນທີ 13 ທັນວານີ້,   ກຸ່ມຫົວຮຸນແຮງ  IS ໄດ້ອອກມາກ່າວຜ່ານສື່ສັງຄົມອອນລາຍວ່າ ຕົນໄດ້ກໍ່ເຫດການຫຼອນໂຈມຕີຄັ້ງນີ້.