ທີມຊາດອາກຊັງຕິນຊະນະທີມຊາດກຣົວຊີ ໄດ້ຜ່ານເຂົ້າຮອບຊີງຊະນະເລີດ ການແຂ່ງຂັນບານເຕະຊີງແຊັມໂລກກາຕາ 2022

2022-12-14 15:09:14 cri

      ວັນທີ 13 ທັນວານີ້, ທ້າວ ເລໂອ ເມັສຊີ ນັກກິລາເຕະບານທີມຊາດອາກຊັງຕິນປະສົບຜົນສຳເລັດໃນການສົ່ງບານແລະຍິງປະຕູໄດ້ໃນຮອບຮອງຊະນະເລີດການແຂ່ງຂັນບານເຕະຊີງແຊັມໂລກກາຕາ 2022, ນຳພາທີມຊາດອາກຊັງຕິນຊະນະທີມຊາດກຣົວຊີ 3 ປະຕູຕໍ່ 0, ໄດ້ຜ່ານເຂົ້າຮອບຊີງຊະນະເລີດ ການແຂ່ງຂັນບານເຕະຊີງແຊັມໂລກອີກເທື່ອໜຶ່ງຫຼັງຈາກປີ 2014.

      ທີມຊາດອາກຊັງຕິນຈະແຂ່ງຂັນຮອບຊີງຊະນະເລີດໃນວັນທີ 18 ທັນວານີ້ ກັບທີມທີ່ຊະນະລະຫວ່າງທີມຊາດຝຣັ່ງກັບທີມຊາດມາຣົກ.