ອາເມຣິກາບໍ່ມີສິດຕຳໜິຕິຊົມກອງປະຊຸມສຸດຍອດຈີນ-ປະເທດອາຣັບ

2022-12-14 14:59:08 cri

ນັບແວັນທີ 7 ຫາ 10 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປເຖິງນະຄອນຫຼວງຣີຢັດຂອງອາຣັບບີຊາອຸດິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງປະຖົມມະເລີກ, ກອງປະຊຸມສຸດຍອດຂອງຄະນະກຳມະການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ແລະ ຢ້ຽມຢາມອາຣັບບີຊາອຸດິດທາງລັດຖະກິດ. ກອງທັບອາກາດອາຣັບບີຊາອຸດິດໄດ້ແຕ່ງຕັ້ງເຮືອບິນສູ້ຮົບ 4 ລຳ ແລະ ເຮືອບິນກຽດຕິຍົດ 6 ລຳບິນຄຽງຂ້າງເຮືອບິນພິເສດຂອງທ່ານສີຈິ້ນຜິງ ເຊິ່ງໄດ້ຕ້ອນຮັບທ່ານປະທານສີຈິ້ນຜິງດ້ວຍພິທີສູງສຸດ. ໃນໄລຍະການຢ້ຽມຢາມ, ຈີນ ແລະ ອາຣັບບີຊາອຸດິດໄດ້ເຊັນສັນຍາຮ່ວມມືຕ່າງໆທີ່ມີມູນຄ່າເກືອບ 30 ຕື້ໂດລາສະຫະລັດ, ການພົວພັນຈີນ-ອາຣັບບີຊາອຸດິດໄດ້ກ້າວຂຶ້ນສູ່ລະດັບໃໝ່.


ເດືອນກໍລະກົດປີນີ້, ເພື່ອລະງັບລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເດີນທາງໄປຢ້ຽມຢາມອາຣັບບີຊາອຸດິດ, ອາຣັບບີຊາອຸດິດໄດ້ແຕ່ງຕັ້ງເຈົ້າໜ້າທີ່ຂັ້ນຮອງລັດຖະມົນຕີ ໄປຕ້ອນຮັບທ່ານໂຈ ໄບເດັນຢູ່ສະໜາມບິນເທົ່ານັ້ນ. ນອກນີ້, ທ່ານໂຈ ໄບເດັນຮຽກຮ້ອງໃຫ້ອາຣັບບີຊາອຸດິດເພີ່ມຜົນຜະລິດນ້ຳມັນເຊື້ອໄຟ, ແຕ່ກໍຖືກອາຣັບບີຊາອຸດິດປະຕິເສດ.

ອາຣັບບີຊາອຸດິດໄດ້ຕ້ອນຮັບຜູ້ນຳຈີນຢ່າງຄຶກຄື້ນໄດ້ຕ່າງກັບສະພາບທີ່ຕ້ອນຮັບທ່ານໂຈ ໄບເດັນຫຼາຍ ເຊິ່ງເຮັດໃຫ້ອາເມຣິກາເກີດມີຄວາມບໍ່ພໍໃຈນຳ. ທ່ານຈອນ ເກີບີ ໂຄສົກຄະນະກຳມະການຄວາມໝັ້ນຄົງແຫ່ງຊາດອາເມຣິກາກ່າວວ່າ: ທາດແທ້ຂອງກອງປະຊຸມສຸດຍອດຈີນ-ປະເທດອາຣັບແມ່ນຈີນຢາກຂະຫຍາຍອິດທິພົນຂອງຕົນຢູ່ພາກພື້ນຕາເວັນອອກກາງ, ຈີນຮັກສາການພົວພັນຢ່າງໃກ້ຊິດກັບອາຣັບບີຊາອຸດິດ ແລະ ປະເທດອາຣັບອື່ນໆ. ທີ່ຈິງແລ້ວ, ການພົວພັນແໜ້ນແຟ້ນແບບນີ້ເປັນການ “ທຳລາຍ” ລະບຽບການສາກົນທີ່ສ້າງຂຶ້ນບົນກະຕິກາ ທີ່ນຳພາໂດຍອາເມຣິກາ. ຖ້ອຍຄຳດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງ “ຄວາມຄິດອິດສາ” ຂອງອາເມຣິກາຢ່າງເຕັມທີ່.


ທີ່ຈິງແລ້ວ, ປະເທດອາຣັບເພີ່ມທະວີການຮ່ວມມືກັບຈີນ, ເປັນຄວາມຕ້ອງເປັນໄປທາງປະຫວັດສາດ.

ໃນໄລຍະດົນນານມາແລ້ວ, ອາເມຣິກາໄດ້ຖືປະເທດອາຣັບ ແລະ ພາກພື້ນຕາເວັນອອກກາງເປັນ “ເດີ່ນຫຼັງບ້ານ” ຂອງຕົນ, ໄດ້ຖືປະເທດອາຣັບເປັນປະເທດລາດຂອງຕົນ. ໃນທາງການເມືອງ, ອາເມຣິກາຢາກສ້າງສະພາບການການເມືອງພາກພື້ນຕາເວັນອອກກາງດ້ວຍເຈດຈຳນົງຂອງຕົນ, ຈະໃຊ້ຄວາມກົດດັນທາງການເມືອງ ຫຼື ໂຈມຕີທາງການທະຫານຕໍ່ປະເທດ ຫຼື ກຸ່ມການເມືອງທີ່ບໍ່ຍອມຮັບຕໍ່ຮູບຖານຈິດສຳນຶກຂອງຝ່າຍຕາເວັນຕົກ. ໃນທາງເສດຖະກິດ, ອາເມຣິກາໄດ້ຖືໂລກອາຣັບເປັນ “ຖັງນ້ຳມັນໃຫຍ່ຢ” ຂອງຕົນ, ເຖິງວ່າລັດທິເຈົ້າອຳນາດຂອງເງິນໂດລາສະຫະລັດໄດ້ສ້າງຕັ້ງຂຶ້ນບົນພື້ນຖານນ້ຳມັນເຊື້ອໄຟຂອງປະເທດຜະລິດນ້ຳມັນໃນພາກພື້ນຕາເວັນອອກກາງກໍຕາມ, ແຕ່ອາເມຣິກາກໍບໍ່ໄດ້ເຄົາລົບໂລກອາຣັບຢ່າງເຕັມທີ່. ຈົນເຖິງຂັ້ນໃນໄລຍະຈັດການເລືອກຕັ້ງທົ່ວໄປຂອງອາເມຣິກາໃນປີ 2020 ນັ້ນ, ທ່ານໂຈ ໄບເດັນ ໄດ້ກ່າວຕຳໜິສົມເດັດຊາວມານ ມົງກຸດລາຊະກຸມມານຂອງອາຣັບບີຊາອຸດິດເປັນ “ຄາດຕະກອນ”, ຍັງປ່າວປະກາດວ່າ: ຖ້າຕົນຂຶ້ນດຳລົງຕຳແໜ່ງປະທານາທິບໍດີອາເມຣິກາ, ຈະຫັນອາຣັບບີຊາອຸດິດເປັນ “ປະເທດຂ້າລາສະດອນຕ່ຳຕ້ອຍ”.

ກົງກັນຂ້າມ, ຈີນໄດ້ດຳເນີນການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕ່າງໆກັບປະເທດອາຣັບ ບົນຫຼັກການຊ່ວຍຊູຍູ້ໜູນກັນ, ໂອບເອື້ອອາລີ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປີ 2021, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຣັບມີເຖິງ 330,3 ຕື້ໂດລາສະຫະລັດ, ໄດ້ເພີ່ມຂຶ້ນ 1,5 ເທົ່າ ເມື່ອທຽບໃສ່ 10 ປີກ່ອນ; ຈີນໄດ້ຮ່ວມກັບຫຼາຍປະເທດອາຣັບ ແລະ ປະເທດສະມາຊິກສັນນິບາດປະເທດອາຣັບເຊັນເອກະສານຮ່ວມມື ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສອງຝ່າຍໄດ້ປະຕິບັດໂຄງການຮ່ວມມືຂະໜາດໃຫຍ່ 200 ກວ່າໂຄງການໃນຂົງເຂດພື້ນຖານໂຄງລ່າງ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍເກືອບ 2 ຕື້ຄົນ.


ດັ່ງຄຳເວົ້າທີ່ເຈົ້າໜ້າທີ່ອາຣັບບີຊາອຸດິດກ່າວໃນໄລຍະກອງປະຊຸມສຸດຍອດຈີນ-ປະເທດອາຣັບວ່າ: “ຂ້າພະເຈົ້າບໍ່ເຫັນດີວ່າ: ອາເມຣິກາຈະມີສິດຕໍາໜິຕິຊົມກອງປະຊຸມສຸດຍອດຈີນ-ປະເທດອາຣັບ.” ການຮ່ວມມືລະຫວ່າງຈີນ ແລະປະເທດອາຣັບ ເປັນການຮ່ວມມືທີ່ຕ້ອງເປັນໄປ ຍ້ອນສອງຝ່າຍມີຜົນປະໂຫຍດຮ່ວມນັບມື້ນັບຫຼາຍຂຶ້ນ, ຖ້າອາເມຣິກາຮູ້ສຶກເສຍໃຈຕໍ່ເລື່ອງນີ້, ກໍຄວນຊອກຫາສາເຫດນຳອາເມຣິກາເອງຈະດີກວ່າ.