ທ່ານຫວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດມາເລເຊຍຜ່ານທາງອອນລາຍ

2022-12-15 15:16:49 cri

ຕາມຂ່າວCRI: ວັນທີ 14 ທັນວານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານຊາມບຣີ ອັບດູນ ຄາເດຍ, ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຄົນໃໝ່ຜ່ານທາງອອນລາຍ.


ທ່ານຫວາງຢີ້ກ່າວວ່າ: ຈີນ-ມາເລເຊຍແມ່ນເພື່ອນມິດທີ່ດີແລະຄູ່ຮ່ວມມືທີ່ດີເຊິ່ງມີປະຫວັດສາດມາດົນກວ່າພັນປີ. ຈີນຍິນດີສືບທອດມິດຕະພາບແລະລົງເລິກການຮ່ວມມືກັບລັດຖະບານຊຸດໃໝ່ຂອງມາເລເຊຍ,ຖືປີ 2023 ໜ້ານີ້ເຊິ່ງກົງກັບການສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ມາເລເຊຍຄົບຮອບ 10 ປີ ແລະຖືປີ 2024 ເຊິ່ງກົງກັບການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ມາເລເຊຍຄົບຮອບ 50 ປີເປັນໂອກາດທີ່ດີ, ຊຸກຍູ້ໃຫ້ການພົວພັນສອງຝ່າຍກ້າວເຂົ້າສູ່ລະດັບໃໝ່, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.


ທ່ານຊາມບຣີ ອັບດູນ ຄາເດຍກ່າວວ່າ: ປະຊາຊົນສອງປະເທດມາເລເຊຍ-ຈີນມີມິດຕະພາບທີ່ເປັນມູນເຊື້ອ, ສອງປະເທດເຄົາລົບເຊິ່ງກັນແລະກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ. ລັດຖະບານຊຸດໃໝ່ຂອງມາເລເຊຍຍິນດີເພີ່ມທະວີການໄປມາຫາສູ່ກັນລະດັບສູງກັບຈີນ ແລະລົງເລິກການຮ່ວມມືໃນແຕ່ລະຂົງເຂດ.