ຈີນຍິງສົ່ງດາວທຽມສຳຫຼວດທາງໄກເລກ 36 ຢ່າງສຳເລັດຜົນ

2022-12-15 16:03:08 cri


ເວລາ 2 ໂມງ 25 ນາທີຂອງວັນທີ 15 ທັນວານີ້, ຢູ່ສູນສົ່ງດາວທຽມຊີ່ຊາງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 2D, ຍິງສົ່ງດາວທຽມສຳຫຼວດທາງໄກເລກ 36 ຢ່າງສຳເລັດຜົນ, ດາວທຽມດັ່ງກ່າວໄດ້ຂຶ້ນສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ສົ່ງດາວທຽມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.


ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 455 ຂອງຈະຫຼວດສົ່ງຍານລະບົບຊາງເຊີງ.