ນາຍົກລັດຖະມົນຕີຈີນສົ່ງສານອວຍພອນໄປຍັງນາຍົກລັດຖະມົນຕີຄົນໃໝ່ຂອງສາທາລະນະລັດປະຊາທິປະໄຕ ຊາວໂຕເມ ແລະ ແຟຣງຊິບ

2022-12-15 16:45:55 cri


ຫວ່າງມໍ່ໆນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານອວຍພອນໄປຍັງທ່ານ ພາທຣິກ ເອເມຣີ ໂດຣວົວດາ ນາຍົກລັດຖະມົນຕີຂອງສາທາລະນະລັດປະຊາທິປະໄຕ ຊາວໂຕເມ ແລະ ແຟຣງຊິບ ໃນໂອກາດຂຶ້ນຮັບຕຳແໜ່ງໃໝ່.


ເນື້ອໃນສານອວຍພອນຂອງທ່ານຫຼີເຄີ້ສຽງລະບຸວ່າ, ຫຼັງຈາກຈີນກັບ ຊາວໂຕເມ ແລະ ແຟຣງຊິບ ຟື້ນຟູສາຍພົວພັນທາງການທູດນຳກັນເປັນຕົ້ນມາ, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງປອດໃສແລະໜັ້ນທ່ຽງ, ຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໄດ້ດຳເນີນໄປຢ່າງຕໍ່ເນື່ອງ, ໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນສອງຊາດ. ລັດຖະບານຈີນເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບຊາວໂຕເມ ແລະ ແຟຣງຊິບ, ຍິນດີທຳຄວາມພະຍາຍາມຮ່ວມກັບຊາວໂຕເມ ແລະ ແຟຣງຊິບ, ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຈີນກັບ ຊາວໂຕເມ ແລະ ແຟຣງຊິບ ໃຫ້ໄດ້ຮັບຄວາມຄືບໜ້າໃໝ່,ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດ.