ກອງປະຊຸມຜູ້ແທນພີ່ນ້ອງຮ່ວມຊາດໄຕ້ຫວັນຄັ້ງທີ 11 ອັດລົງຢູ່ນະຄອນຫຼວງປັກກິ່ງ

2022-12-15 16:00:35 cri

 

ວັນທີ 14 ທັນວານີ້, ກອງປະຊຸມຜູ້ແທນພີ່ນ້ອງຮ່ວມຊາດໄຕ້ຫວັນຄັ້ງທີ 11 ໄດ້ອັດລົງຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມໄດ້ສຳເລັດຕາມວາລະຕ່າງໆຢ່າງຈົບງາມ,ໂດຍໄດ້ຮັບຟັງ ແລະຮັບຮອງເອົາບົດລາຍງານຂອງສະພາຊຸດທິ 10 ຂອງສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນທົ່ວປະເທດ, ໄດ້ພິຈາລະນາຮັບຮອງກົດບັດຂອງສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນສະບັບດັດແກ້ ແລະເລືອກຕັ້ງສະມາຊິກສະພາຊຸດທີ 11 ທີ່ປະກອບດ້ວຍ 113 ຄົນ.


ກອງປະຊຸມດັ່ງກ່າວໄດ້ຊີ້ໃຫ້ເຫັນວ່່າ: ໜ້າທີ່ທາງການເມືອງທີ່ສຳຄັນຂອງຄະນະນຳສະພາຊຸດທີ 11 ຂອງສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນແມ່ນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ສາມັກຄີກັນສູ້ຊົນເພື່ອບັນລຸໜ້າທີ່ຕາມເປົ້າໝາຍທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ.


ກອງປະຊຸມດັ່ງກ່າວໄດ້ຮຽກຮ້ອງໃຫ້ສະຫະພັນມິດຕະພາບກັບພີ່ນ້ອງຮ່ວມຊາດໄຕ້ຫວັນທຸກຂັ້ນສາມັກຄີກັນຕໍ່ສູ້ເພື່ອບັນລຸການທ້ອນໂຮມປະເທດຊາດເປັນເອກະພາບກັນຢ່າງສົມບູນ ແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.