ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມສຸດຍອດວິສາຫະກິດຈີນ-ອາເມຣິກາລາຕິນຄັ້ງທີ 15

2022-12-15 16:02:01 cri


ວັນທີ 14 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມສຸດຍອດວິສາຫະກິດຈີນ-ອາເມຣິກາລາຕິນຄັ້ງທີ 15.


ທ່ານສີຈິ້ນຜິງກ່າວວ່າ: ນັບແຕ່ສ້າງຕັ້ງຂຶ້ນໄດ້ 15 ປີຜ່ານມານີ້, ກອງປະຊຸມສຸດຍອດວິສາຫະກິດຈີນ-ອາເມຣິກາລາຕິນໄດ້ຍຶດໝັ້ນຫຼັກການຮັບໃຊ້ວິສາຫະກິດ, ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າ ແລະລົງເລິກການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ-ອາເມຣິກາລາຕິນ. ການພົວພັນຈີນ-ອາເມຣິກາລາຕິນໄດ້ກ້າວເຂົ້າສູ່ຍຸກໃໝ່ແຫ່ງມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະດິດສ້າງໃໝ່, ເປີດປະຕູສູ່ພາຍນອກ ແລະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍ. ວົງການອຸດສາຫະກຳການຄ້າແມ່ນກຳລັງຫຼັກແຫຼ່ງໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງຈີນ-ອາເມຣິກາລາຕິນ,ຍັງແມ່ນຜູ້ສ້າງສັນ ແລະຜູ້ໄດ້ຮັບຜົນປະໂຫຍດໃນການພັດທະນາສາຍພົວພັນຈີນ-ອາເມຣິກາລາຕິນ. ຫວັງວ່າເພື່ອນມິດທັງຫຼາຍໃນວົງການອຸດສາຫະກຳການຄ້າຈະສືບຕໍ່ຍຶດໝັ້ນນ້ຳໃຈນັກວິສາຫະກິດແຫ່ງຄວາມເດັດດ່ຽວໜຽວແໜ້ນ ແລະກ້າຫານບຸກບືນ, ເປັນຜູ້ຊຸກຍູ້ການພັດທະນາແບບເປີດກວ້າງ, ເປັນຜູ້ນຳພາການພັດທະນາແບບປະດິດສ້າງໃໝ່ ແລະເປັນຜູ້ປະຕິບັດການພັດທະນາຮ່ວມກັນ, ເພື່ອປະກອບສ່ວນໃໝ່ຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາເມຣິກາລາຕິນ.


ໃນມື້ດຽວກັນ, ທ່ານກຸຍເລີໂມ ລາສໂຊ ປະທານາທິບໍດີເອກວາດໍໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດວິສາຫະກິດຈີນ-ອາເມຣິກາລາຕິນຄັ້ງທີ 15 ແລະກ່າວຄຳປາໄສ.