ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນມີການປ່ຽນແປງ ກໍມີອັນທີ່ບໍ່ໄດ້ປ່ຽນແປງ

2022-12-15 11:21:07 cri

ໃນໄລຍະຜ່ານມາ, ທ້ອງຖິ່ນຕ່າງໆຂອງຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-29 ຕາມໆກັນ, ຫຼາຍທ້ອງຖິ່ນຍັງໄດ້ຜ່ອນຜັນມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດເປັນກ້າວໆ.


ໃນ 1 ເດືອນທີ່ຜ່ານມາ, ທົ່ວປວງຊົນຂອງຈີນໄດ້ເຂົ້າຮ່ວມການເປິກສາຫາລືຕໍ່ການປ່ຽນແປງຂອງນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດ ເຊິ່ງເປັນ 1 ເດືອນທີ່ມີການປະທະກັນດ້ານແນວຄິດຕ່າງໆທີ່ດຸເດືອດທີ່ສຸດກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໃນທົ່ວປະເທດຈີນ ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.


ທີ່ຈິງແລ້ວ, ປັດໄຈສຳຄັນທີ່ເປັນຂໍກະແຈທີ່ຕັດສິນຈີນຈະຜ່ານພົ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຫຼືບໍ່ນັ້ນ, ຈະບໍ່ແມ່ນຊາວໜຸ່ມແລະຄົນໄວສະກັນຈໍານວນມະຫາສານ, ຫາກແມ່ນກຸ່ມຄົນທີ່ມີພູມຕ້ານທານຕ່ຳ. ສະນັ້ນ, ມີແຕ່ສ້າງກຳແພງປ້ອງກັນພະຍາດທີ່ປອດໄພໃຫ້ແກ່ຜູ້ເຖົ້າ, ເດັກນ້ອຍ, ຜູ້ມີພະຍາດປະຈຳຕົວ ແລະ ຜູ້ມີພູມຕ້ານທານຕ່ຳອື່ນໆແລ້ວ, ຈິ່ງແມ່ນທັດສະນະທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນຂອງລັດຖະບານ. ພະຍາດໂຄວິດ-19 ໄດ້ແພ່ລະບາດໃນວົງກວ້າງມາເປັນເວລາ 3 ປີແລ້ວ, ລັດຖະບານຈີນໄດ້ປະຕິບັດນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດ ທີ່ “ປ້ອງກັນການແພ່ລະບາດຈາກຕ່າງປະເທດ ແລະ ປ້ອງກັນບໍ່ໃຫ້ພະຍາດແພ່ລະບາດໃນວົງກວ້າງອີກພາຍໃນປະເທດ” ເຊິ່ງໄດ້ກອບກູ້ຊີວິດຂອງກຸ່ມຄົນທີ່ມີພູມຕ້ານທານຕ່ຳຫຼາຍລ້ານຄົນ.

ການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດ ຈະແມ່ນຂະບວນການທີ່ຍາວນານ. ໃນໄລຍະຕໍ່ໄປ, ຈີນຈະປະສົບຄວາມເຈັບປວດທີ່ຈຳນວນຜູ້ຕິດເຊື້ອພະຍາດຢູ່ທ້ອງຖິ່ນຕ່າງໆ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ແຕ່ນີ້ກໍເປັນເລື່ອງທີ່ສອດຄ່ອງກັບກົດເກນພາວະວິໄສຂອງການພັດທະນາຂອງການແພ່ລະບາດຂອງພະຍາດ. ແຕ່ຈີນມີຄວາມສາມາດດັດແກ້ຄວາມຜິດພາດຢ່າງເຂັ້ມແຂງ, ປະຊາຊົນຈີນກໍມີຈິດໃຈ ເປີດກວ້າງ, ຈີນຈະກ້າວເດີນໄປໜ້າເປັນກ້າວໆທ່າມກາງຄວາມຫຍຸ້ງຍາກທີ່ເກີດຈາກການແພ່ລະບາດຂອງພະຍາດ ແລະ ຍ່ອມຈະກັບຄືນໄປສູ່ວັນເວລານາທີທີ່ມີຊີວິດສຸກສັນ ກ່ອນເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019.