ງານວາງສະແດງການຄ້າດີຈີຕອນໂລກຄັ້ງທຳອິດສິ້ນສຸດລົງຢ່າງຈົບງາມ

2022-12-15 16:54:36 cri


ວັນທີ 14 ທັນວານີ້, ງານວາງສະແດງການຄ້າດີຈີຕອນໂລກຄັ້ງທຳອິດສິ້ນສຸດລົງຢ່າງເປັນທາງການຢູ່ນະຄອນຮາງໂຈ່ວແຂວງເຈີ້ຈ່ຽງຈີນ. ໃນໄລຍະຈັດງານ, ໄດ້ວາງສະແດງສິນຄ້າ 315 ຢ່າງຂອງວິສາຫະ ກິດ 286 ແຫ່ງເປັນຄັ້ງທຳອິດ, ໄດ້ເຊັນສັນຍາ 89 ໂຄງການທີ່ມີຍອດມູນຄ່າລົງທຶນປະມານ 110 ຕື້ຢວນກັບວິສາຫະກິດເຂັ້ມແຂງທີ່ສຸດ 500 ແຫ່ງຢູ່ໃນໂລກ, ວິສາຫະກິດນຳໜ້າໃນຂະ ແໜງການຕ່າງໆແລະວິສາຫະກິດທີ່ມີມູນຄ່າລົງທຶນຫຼາຍກວ່າໜຶ່ງຕື້ໂດລາທີ່ສ້າງຂຶ້ນໃນເວລາສັ້ນ.


ອີງຕາມສະຖິຕິ, ໃນໄລຍະຈັດງານ, ໄດ້ປະກາດຜົນງານສຳຄັນປະເພດຕ່າງໆທັງໝົດ 110 ກວ່າຢ່າງ, ໄດ້ອອກແຮງສຸດຂີດ ເພື່ອສ້າງງານຄັ້ງນີ້ໃຫ້ເປັນເວທີແນະນຳທິດທາງດ້ານ ຂົງເຂດການຄ້າດີຈີຕອນໃນທົ່ວໂລກ, ໄດ້ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບ ກົດລະບຽບແລະມາດຕະຖານຕື່ມອີກ.