
ວັນທີ 14 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານ ໂມຮຳມັດ ເອັສລາມີ ປະທານອົງການພະລັງງານປະລະມານູອີຣານກ່າວວ່າ: ຄະນະຜູ້ແທນດ້ານເຕັກນິກອົງການພະລັງງານປະລະມານູສາກົນ ຫຼື IAEA ຈະຢ້ຽມຢາມອີຣານໃນວັນທີ 18 ທັນວານີ້ ໂດຍສອງຝ່າຍຈະສືບຕໍ່ເປິກສາຫາລືກ່ຽວກັບການຕິດຕາມແລະການຮັບປະກັນດ້ານໂຄງລ່າງແລະວັດຖຸອຸປະກອນນິວເຄລຍໃນສາກົນ.
ກ່ອນໜ້ານີ້, ທ່ານ ໂຮສເຊັນ ອາເມຍ ອັບດົນລາຮຽນ ລັດຖະມົນຕີ ກະຊວງການຕ່າງປະເທດອີຣານເຄີຍກ່າວຢ່າງເປີດເຜີຍວ່າ: ໃນການເຈລະຈາກ່ຽວກັບການຟື້ນຟູການປະຕິບັດສັນຍາວ່າດ້ວຍບັນຫານິວເຄລຍອີຣານລະຫວ່າງອີຣານ ແລະ ອາເມຣິກາຕົ້ນຕໍແມ່ນມີຂໍ້ຂັດແຍ້ງ 3 ຂໍ້, ໃນນັ້ນຂໍ້ຂັດແຍ້ງທີໜຶ່ງແມ່ນຄວນແກ້ໄຂບັນ ຫາທີ່ຍັງຄົງຄ້າງລະຫວ່າງອີຣານກັບອົງການພະລັງງານປະລະມານູສາກົນໃນເມື່ອກ່ອນ.