ຈີນຈັດຕັ້ງປະຕິບັດ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ດ້ວຍການກະທຳຕົວຈິງ

2022-12-16 09:14:10 cri

ກອງປະຊຸມໄລຍະທີ 2 ຂອງກອງປະຊຸມຄັ້ງທີ 15 ຂອງປະເທດພາຄີ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ອົງການສະຫະປະຊາຊາດ ຫຼື COP15 ພວມຈັດຂຶ້ນຢູ່ນະຄອນມົນຕຣີອານຂອງປະເທດການາດາ.

ໃນຖານະເປັນປະເທດປະທານ COP15, ເພື່ອຊຸກຍູ້ໃຫ້ຝ່າຍຕ່າງໆບັນລຸ “ຂອບວ່າດ້ວຍຊີວະນາໆພັນທົ່ວໂລກຫຼັງປີ 2020” ແລະ ຮັບປະກັນໃຫ້ກອງປະຊຸມຈັດຂຶ້ນຢ່າງສຳເລັດຜົນ ພ້ອມທັງບັນລຸເປົ້າໝາຍສຸດທ້າຍທີ່ປົກປ້ອງຊີວະນາໆພັນທົ່ວໂລກ, ຈີນໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະ.


ໃນໄລຍະຈັດກອງປະຊຸມຄັ້ງນີ້, ມູມວາງສະແດງຈີນທີ່ຈັດຂຶ້ນຢູ່ຊັ້ນ 2 ຂອງ ກອງປະຊຸມ ໄດ້ເປີດໃຫ້ຜູ້ເຂົ້າຮ່ວມກອງປະຊຸມເຂົ້າຊົມ, ຈະຈັດງານວາງສະແດງ 8 ຄັ້ງ ແລະ ກິດຈະກຳໃນຫົວຂໍ້ຕ່າງໆ 26 ຄັ້ງ. ໃນຂະນະດຽວກັນ, ຍັງຈັດໃຫ້ມີວັນໂຄສະນາຕາມຫົວຂໍ້ສະເພາະ ເຊັ່ນ: ວັນຢຸນນານ, ວັນກວາງຊີ, ວັນເຈີ້ຈ່ຽງ, ວັນຈ່ຽງຊີ, ວັນເສສວນ, ວັນວິສາຫະກິດແລະອື່ນໆ ເພື່ອວາງສະແດງໝາກຜົນໃນການປົກປ້ອງຊີວະນາໆພັນຂອງຈີນຕໍ່ທົ່ວໂລກ.


ໃນວັນໄຫຫຼຳຂອງມູູມວາງສະແດງຈີນ, ຈີນໄດ້ວາງສະແດງຂະບວນການປົກປ້ອງສັດ ແລະ ພືດຫາຍາກຕ່າງໆຂອງແຂວງໄຫຫຼຳ. ໂດຍຜ່ານການປົກປ້ອງເປັນໄລຍະດົນນານ, ຈຳນວນສັດ ແລະ ພືດເຫຼົ່ານີ້ ລ້ວນແຕ່ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ; ໃນວັນກວາງຊີ, ມູມວາງສະແດງຈີນໄດ້ຈັດກິດຈະກຳ “ພູຂຽວນ້ຳໃສ ແລະທະເລໃສສະອາດ ທີ່ໄດ້ປົກປ້ອງຊີວະນາໆພັນຂອງເຂດກວາງຊີ” ເຊິ່ງໄດ້ສະແດງໃຫ້ເຫັນສະພາບການປົກປ້ອງຊີວະນາໆພັນຂອງເຂດກວາງຊີ; ສ່ວນໃນງານວາງສະແດງວັນເສສວນ, ທ່ານຮາດິວ ອາຕີຢາ ຫົວໜ້າສູນການເຄື່ອນໄຫວເຂດປົກປ້ອງພິເສດຂອງໂຄງການແຜນການສິ່ງແວດລ້ອມອົງການສະຫະປະຊາຊາດກ່າວວ່າ: ວຽກງານປົກປ້ອງໝີແພນດາຂອງຈີນ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ທ່ານ.

ໂດຍຜ່ານຄວາມພະຍາຍາມມາເປັນເວລາຫຼາຍປີ, ລະດັບຄວາມສ່ຽງຂອງໝີແພນດາ ທີ່ເປັນສັດຫາຍາກຂອງຈີນ ຈາກ “ໃກ້ຈະສູນພັນ” ຫຼຸດລົງເປັນ “ສ່ຽງຈະສູນພັນ”; ຈີນໄດ້ສ້າງສວນສາທາລະນະແຫ່ງຊາດ 5 ແຫ່ງ ແລະ ເຂດສະຫງວນທຳມະຊາດປະເພດຕ່າງໆເກືອບໝື່ນແຫ່ງ ເຊິ່ງກວມເນື້ອທີ່ດິນແດນຂອງຈີນປະມານ 18%. ໃນຂະນະດຽວກັນ, ຈີນໄດ້ຂີດແບ່ງເສັ້ນພື້ນຖານຕ່ຳສຸດໃນການປົກປ້ອງສະພາບນິເວດ ເຊິ່ງໄດ້ກວມເອົາຫຼາຍກວ່າ 30% ຂອງເນື້ອທີ່ດິນແດນຂອງຈີນ, ຈີນໄດ້ປະຕິບັດມາດຕະການຈຳກັດຕ່າງໆ ເພື່ອຮັກສາໄລຍະຫ່າງລະຫວ່າງມະນຸດກັບສັດສາວາສິ່ງ; ໃນ 20 ປີຜ່ານມາ, ເນື້ອທີ່ສີຂຽວທີ່ເພີ່ມໃໝ່ຂອງທົ່ວໂລກມີ 1 ສ່ວນ 4 ມາຈາກຈີນ ເຊິ່ງໄດ້ປົກປ້ອງລະບົບນິເວດເທິງໜ້າດິນ90% ຂຶ້ນໄປຢ່າງບັງເກີດຜົນ, ສັດ ແລະ ພືດທີ່ສູນເສຍໄປແລ້ວ ຫຼື ໃກ້ຈະສູນພັນໄດ້ປາກົດຂຶ້ນອີກ.

ຊີວະນາໆພັນແມ່ນພື້ນຖານໃນການດຳລົງຊີວິດ ແລະ ບັນລຸການພັດທະນາຂອງມວນມະນຸດ, ເປັນສາຍເລືອດ ແລະ ຮາກຖານຂອງຊີວິດໃນທົ່ວໂລກ.


ວັນທີ 15 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຕໍ່ພິທີໄຂກອງປະຊຸມໄລຍະທີ 2 ຂອງກອງປະຊຸມພາຄີຄັ້ງທີ 15 ຂອງ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ຂອງອົງການສະຫະປະຊາຊາດ.

ຈີນໃນປັດຈຸບັນ, ນັບຈາກຜູ້ນຳປະເທດລົງໄປຮອດປະຊາຊົນທຳມະດາ, ແນວຄວາມຄິດປົກປ້ອງທຳມະຊາດ ແລະ ປົກປ້ອງຊີວະນາໆພັນ ໄດ້ຝັງໄວ້ໃນໃຈຂອງຄົນທັງຫຼາຍ. ຈີນພວມຈັດຕັ້ງປະຕິບັດ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ດ້ວຍການກະທຳຕົວຈິງ, ໃນຂະນະດຽວກັນ, ຈີນກໍຫວັງວ່າ, COP15 ຈະສາມາດເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ ໃນການປົກປ້ອງຊີວະນາໆພັນ ເພື່ອບັນລຸການປົກປ້ອງຊີວະນາໆພັນທົ່ວໂລກ ແລະ ການນຳໃຊ້ແບບຍືນຍົງ.