WHO: ໃນປີ 2023 ໜ້ານີ້ອາດຈະປະກາດວ່າການລະບາດຂອງພະຍາດໂຄວິດ-19 ຈະບໍ່ເປັນເຫດການສຸກເສີນດ້ານສາທາລະນະສຸກຂອງໂລກ

2022-12-16 15:14:23 cri

ຕາມຂ່າວCRI: ວັນທີ 14 ທັນວານີ້, ທ່ານ ເຕໂດຣສ ອັດຮານົມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ: ໃນເວລາທີ່ບໍ່ແນ່ນອນຂອງປີ 2023 ໜ້ານີ້ສາມາດປະກາດວ່າ ການລະບາດຂອງພະຍາດໂຄວິດ-19 ຈະບໍ່ເປັນເຫດການສຸກເສີນດ້ານສາທາລະນະສຸກຂອງໂລກອີກ.


ທ່ານ ເຕໂດຣສ ອັດຮານົມ ເກເບຣເຢຊຸສ ປະກາດໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ: ໃນເດືອນມັງກອນປີ 2023 ໜ້ານີ້, ຄະນະກຳມະການສຸກເສີນຂອງ WHO ຈະຈັດກອງປະຊຸມເປິກສາຫາລືກ່ຽວກັບມາດຕະຖານທີ່ສາມາດວິນິດໄສໄດ້ວ່າເລື່ອງທີ່ສະພາບພະຍາດໂຄວິດ-19 ລະບາດ ຈະບໍ່ເປັນເຫດການສຸກເສີນອີກຕໍ່ໄປ.

 

ທ່ານ ເຕໂດຣສ ອັດຮານົມ ເກເບຣເຢຊຸສ ກ່າວໃນເວລາດຽວກັນວ່າ: ເຊື້ອພະຍາດໂຄວິດ-19 ຈະບໍ່ຫາຍໄປ, ເຊື້ອພະຍາດຈະສືບຕໍ່ຄົງຕົວຢູ່, ແຕ່ລະປະເທດຕ້ອງການຖອດຖອນບົດຮຽນດ້ານການຄຸ້ມຄອງຮ່ວມກັນກັບພະຍາດທາງເດີນລະບົບຫາຍໃຈອື່ນໆ, ເຊິ່ງລວມທັງພະຍາດທີ່ເກີດຂຶ້ນຍ້ອນໄຂ້ຫວັດໃຫຍ່ລະບາດແລະເຊື້ອພະຍາດທາງເດີນລະບົບຫາຍໃຈອື່ນໆ, ເຊິ່ງກຳລັງແຜ່ລະບາດຢ່າງຮຸນແຮງຢູ່ໃນຫຼາຍປະເທດ.