17 ພັກການເມືອງຂອງອິນໂດເນເຊຍໄດ້ຮັບຄຸນວຸດທິໃນການເຂົ້າຮ່ວມການເລືອກຕັ້ງ ທົ່ວໄປປີ 2024

2022-12-16 17:14:17 cri

ຕາມຂ່າວສານອານຕາຣາຂອງອິນໂດເນເຊຍລາຍງານໃນວັນທີ 15 ທັນວານີ້ໃຫ້ຮູ້ວ່າ: ຄະນະກຳມະການການເລືອກຕັ້ງແຫ່ງຊາດອິນໂດເນເຊຍໄດ້ປະກາດວ່າ: ມີ 17 ພັກ ການເມືອງໄດ້ຮັບຄຸນວຸດທິໃນການເຂົ້າຮ່ວມການເລືອກຕັ້ງທົ່ວໄປປີ 2024 ຂອງປະ ເທດຕົນ.

    ອີງຕາມລັດຖະທຳມະນູນອິນໂດເນເຊຍລະບຸວ່າ: ການເລືອກຕັ້ງທົ່ວໄປຈັດຂຶ້ນ 5 ປີຕໍ່ຄັ້ງ, ເພື່ອເລືອກຕັ້ງປະທານາທິບໍດີແລະຮອງປະທານາທິບໍດີ, ສະມາຊິກສະພາຕ່ຳແລະ ສະພາສູງຂອງສະພາແຫ່ງຊາດ, ສະມາຊິກສະພາລະດັບແຂວງ, ລະດັບນະຄອນ ແລະເມືອງ. ປະທານາທິບໍດີທີ່ໄດ້ຮັບການເລືອກຕັ້ງສາມາດດຳລົງຕຳແໜ່ງສອງສະໄໝຕິດຕໍ່ກັນ.