ຂະບວນລົດໄຟສາກົນ ຈື້ກົ້ງ-ວຽງຈັນ ຂອງທາງລົດໄຟລາວ-ຈີນ ແລ່ນລົດເປັນຄັ້ງທຳອິດ

2022-12-16 15:33:31 cri

  ເວລາ 10 ໂມງ 40 ນາທີຂອງວັນທີ 15 ທັນວານີ້, ຂະບວນລົດໄຟສາກົນ ຈື້ກົ້ງ-ວຽງຈັນ ຂອງທາງລົດໄຟລາວ-ຈີນ ໄດ້ບັນທຸກເຄື່ອງໄຟຟ້າໃຊ້ໃນເຮືອນຕ່າງໆ, ເຊັ່ນ: ຕູ້ເຢັນ, ແອເຢັນ, ຈັກຊັກເຄື່ອງແລະອື່ນໆ ພ້ອມດ້ວຍຄ້ອນຕີໄຟຟ້າ ແລະເຄື່ອງໃຊ້ກົນຈັກອື່ນໆລວມທັງໝົດ 25 ຕູ້ຄອນເທນເນີ, ໄດ້ເດີນທາງອອກຈາກສະຖານີລົດໄຟພາກໃຕ້ນະຄອນຈື້ກົ້ງແຂວງເສສວນຈີນ.

ຂ່າວແຈ້ງໃຫ້ຮູ້ວ່າ,ນີ້ແມ່ນຂະບວນລົດໄຟສາກົນຈື້ກົ້ງ-ວຽງຈັນຖ້ຽວທຳອິດຂອງທາງລົດໄຟລາວ-ຈີນ.

 

  ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ຂະບວນລົດໄຟດັ່ງກ່າວໄດ້ບັນທຸກສິນຄ້າທີ່ມີມູນຄ່າເຖິງ 3 ລ້ານ 4 ແສນຢວນ, ຈະແລ່ນຜ່ານດ່ານບໍ່ເຕັນຂອງຈີນ, ເຂດເສດຖະກິດພິເສດບໍ່ເຕັນ ໄປຮອດນະຄອນຫຼວງວຽງຈັນຂອງລາວ, ແລ້ວຂົນສົ່ງຕໍ່ສິນຄ້າຕ່າງໆດ້ວຍລົດໄຟຫຼືລົດຍົນໄປສູ່ປະເທດສະມາຊິກອາຊຽນເຊັ່ນ: ຫວຽດນາມ, ໄທ, ມຽນມາ, ກຳປູເຈຍແລະອື່ນໆ, ເຊິ່ງຈະເປີດກວ້າງຕະຫຼາດຈຳໜ່າຍສິນຄ້າຂອງນະຄອນຈື້ກົ້ງ, ເຊິງຕູ່ແລະຈຸງກິ່ງ ຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຢ່າງກວ້າງຂວາງ, ດືງດູດແລະເລັ່ງລັດການພັດທະນາເສດຖະກິດຢູ່ເຂດທີ່ກ່ຽວຂ້ອງ.