ທ່ານຫວາງຢີ້ກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມລັດຖະມົນຕີ “G77 ແລະຈີນ”

2022-12-16 14:51:29 cri


ວັນທີ 15 ທັນວານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສທາງລາຍລັກອັກສອນຕໍ່ກອງປະຊຸມລັດຖະມົນຕີ “ກຸ່ມ 77 ປະເທດ ແລະຈີນ”.


ທ່ານກ່າວວ່າ: ໂດຍປະເຊີນໜ້າກັບສະພາບການປ່ຽນແປງໃຫຍ່ຢູ່ໃນໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມານີ້, ໃນຖານະທີ່ເປັນເວທີການຮ່ວມມືຫຼາຍຝ່າຍສຳຄັນທີ່ສຸດຂອງປະເທດພວມພັດທະນາ, “G77 ແລະຈີນ”ມີຄວາມຮັບຜິດຊອບຫຼາຍກວ່າເກົ່າ ແລະໄດ້ພົບກັບກາລະໂອກາດໃຫຍ່ຫຼວງກວ່າເກົ່າ. ພວກເຮົາຄວນຊູຄັນທຸງແຫ່ງການຮ່ວມມືໃຫ້ສູງຂຶ້ນກວ່າເກົ່າ, ປ່ຽນແປງຕາມການເວລາ, ກ້າປະເຊີນກັບຄວາມຫຍຸ້ງຍາກ, ຮັກສາ ແລະຂະຫຍາຍຜົນປະໂຫຍດຮ່ວມຂອງບັນດາປະເທດພວມພັດທະນາກໍຄືບັນດາປະເທດຢູ່ໃນໂລກ.


ທ່ານຫວາງຢີ້ໄດ້ວາງຂໍ້ສະເໜີ 4 ຂໍ້ຂອງຈີນ ຄື: ໜຶ່ງແມ່ນສືບຕໍ່ຖືເອົາການພັດທະນາເປັນບຸລິມະສິດໃນການຮ່ວມມືສາກົນ. ສອງແມ່ນສົ່ງເສີມການຟື້ນຟູເສດຖະກິດແບບກວມລວມ, ດຸນດ່ຽງ ແລະແບບຍືນຍົງ. ສາມແມ່ນຊຸກຍູ້ການສ້າງການຄຸ້ມຄອງບໍລິຫານເສດຖະກິດທົ່ວໂລກທີ່ຍຸຕິທຳ ແລະສົມເຫດສົມຜົນ. ສີ່ແມ່ນເຕົ້າໂຮມກຳລັງການຮ່ວມມືສາກົນເພື່ອເລັ່ງລັດຫັນເປັນທັນສະໄໝຢ່າງແທ້ຈິງ.