ຮອງນາຍົກລັດຖະມົນຕີຈີນກ່າວຄຳປາໄສໃນງານສົນທະນາລະຫວ່າງຜູ້ນຳອຸດສາຫະກຳ ການຄ້າກັບອະດີດເຈົ້າໜ້າທີ່ຂັ້ນສູງຈີນ-ສະຫະພາບເອີຣົບຮອບທີ 5

2022-12-16 15:38:13 cri

ວັນທີ 15 ທັນວານີ້, ທ່ານລີວເຮີ້ ຮອງນາຍົກລັດຖະມົນຕີຈີນໄດ້ກ່າວຄຳປາໄສທາງລາຍລັກອັກສອນໃນງານສົນທະນາລະຫວ່າງຜູ້ນຳອຸດສາຫະກຳການຄ້າກັບອະດີດເຈົ້າໜ້າທີ່ຂັ້ນສູງຈີນ-ສະຫະພາບເອີຣົບຮອບທີ 5. ທ່ານລີວເຮີ້ກ່າວວ່າ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ອອກຫຼາຍເທື່ອແລ້ວວ່າ, ຈີນກັບສະຫະພາບເອີຣົບ ແມ່ນ 2 ກຳລັງໃຫຍ່ໃນການຮັກສາສັນຕິພາບຂອງໂລກ, ແມ່ນ 2 ຕະຫຼາດໃຫຍ່ ທີ່ຊຸກຍູ້ການພັດທະນາພ້ອມກັນ, ແມ່ນ 2 ອະລິຍະທຳໃຫຍ່ທີ່ຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ. ປັດຈຸບັນ, ສະພາບການດ້ານເສດຖະກິດແລະການເມືອງໃນສາກົນກຳລັງປະສົບກັບການປ່ຽນແປງທີ່ເລິກເຊິ່ງແລະສັບ ສົນ, ປັດໄຈບໍ່ໝັ້ນທ່ຽງ, ບໍ່ແນ່ນອນ ແລະບໍ່ປອດໄພນັ້ນ ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ. ພາຍໃຕ້ເບື້ອງຫຼັງທີ່ບໍ່ເຄີຍມີມາກ່ອນແບບນີ້, ການພົວພັນຈີນ-ສະຫະພາບເອີຣົບແມ່ນມີຄວາມສຳຄັນເປັນພິເສດ.


ທ່ານລີວເຮີ້ກ່າວເນັ້ນວ່າ, ການຮ່ວມມືດ້ານການຄ້າແລະການລົງທຶນ ແມ່ນຂົວຕໍ່ ດ້ານຜົນປະໂຫຍດທີ່ແໜ້ນແຟ້ນກວ່າໝູ່ລະຫວ່າງຈີນກັບສະຫະພາບເອີຣົບ. ຈີນຍິນດີຕັ້ງ ໜ້າເປີດກວ້າງການຮ່ວມມືກັບສະຫະພາບເອີຣົບໃນຂົງເຂດຕ່າງໆ, ເຊັ່ນ: ເສດຖະກິດ, ການຄ້າ, ການອະນຸລັກສິ່ງແວດລ້ອມ, ດິຈີຕອນ, ການທະນາຄານ, ເຕັກນິກວິທະຍາສາດ ແລະອື່ນໆ,ຮ່ວມກັນປົກປັກຮັກສາກົນໄກການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກ ຫຼື WTO ເປັນໃຈກາງ.