ລົດຂົນສົ່ງໂລຫະແຫຼວ ທີ່ສາມາດບັນທຸກນ້ຳໜັກໄດ້ 425 ໂຕນ ທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ສຳເລັດການຜະລິດຢູ່ນະຄອນຊຽງໄຮຂອງຈີນ

2022-12-16 15:30:02 cri


ວັນທີ 15 ທັນວານີ້, ບໍລິສັດການບໍລິການດ້ານເຕັກນິກ ຈົ່ງເຢປາວກ່າງ ຈຳກັດ ຫຼື MCC ໃຫ້ຮູ້ວ່າ, ລົດຂົນສົ່ງໂລຫະແຫຼວ ທີ່ສາມາດບັນທຸກນ້ຳໜັກໄດ້ 425 ໂຕນ ທີ່ບໍລິສັດດັ່ງກ່າວຄົ້ນຄວ້າຜະລິດເອງນັ້ນ ໄດ້ສຳເລັດການຜະລິດຢູ່ນະຄອນຊຽງໄຮຂອງຈີນ, ລະດັບບັນທຸກນ້ຳໜັກດັ່ງກ່າວເປັນລະດັບນຳໜ້າຢູ່ໃນໂລກ. ລົດຂົນສົ່ງໂລຫະແຫຼວທີ່ບໍລິສັດດັ່ງກ່າວຄົ້ນຄວ້າຜະລິດດ້ວຍຕົນເອງນັ້ນ ໄດ້ຮັບໃຊ້ວິສາຫະກິດເຫຼັກກ້າຂອງອິນໂດເນເຊຍ, ອິນເດຍແລະປະເທດອື່ນໆ, ຕໍ່ໄປ, ມີແຜນການຈະພັດທະນາຕະຫຼາດຢູ່ຟີລິບປິນ, ມາເລເຊຍແລະປະເທດອື່ນໆຕື່ມອີກ.


ຕາມການແນະນຳໃຫ້ຮູ້ວ່າ, ບໍລິສັດດັ່ງກ່າວໃຊ້ເວລາ 16 ເດືອນເຂົ້າໃນການຄົ້ນຄວ້າ, ອອກແບບ ແລະຜະລິດລົດດັ່ງກ່າວ, ສາມາດບັນລຸມາດຕະຖານແຫ່ງການລະບາຍ ມົນລະພິດໄລຍະທີ 4 ຂອງຈີນ, ໄດ້ຕິດຕັ້ງຈັກຕິດຕາມຄຸ້ມຄອງຕົວເລກຂອງສິ່ງລະບາຍ, ສາມາດຊ່ວຍຕອບສະໜອງຄວາມຮຽກຮ້ອງຕ້ອງການໃນດ້ານການຂົນສົ່ງດ້ວຍການປ່ອຍ ກາກບອນດີອອກຊິດຕ່ຳຂອງວິສາຫະກິດໂລຫະ.