ຈີນຕັ້ງໜ້າຊຸກຍູ້ຂະບວນການຄຸ້ມຄອງຄວາມຫຼາກຫຼາຍຂອງຊີວະນານາພັນຂອງໂລກ

2022-12-16 16:33:20 CRI

 

ຕອນແລງວັນທີ 15 ທັນວາປີ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມລະດັບສູງໄລຍະທີສອງຂອງກອງປະຊຸມພາຄີສົນທິສັນ ຍາຊີວະນານາພັນຄັ້ງທີ 15 ທີ່ຈັດຂຶ້ນຢູ່ນະຄອນມອນຕຣີໂອປະເທດການາດາດ້ວຍຮູບແບບວີດີໂອ, ທ່ານໄດ້ກ່າວເນັ້ນໜັກວ່າ: ຄວນຮ່ວມກັນພະຍາຍາມ, ເພື່ອຮ່ວມກັນຊຸກຍູ້ໃຫ້ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຂອງໜ່ວຍໂລກ, ຮ່ວມກັນສ້າງໂລກທີ່ສະອາດສວຍງາມ.

 

ໃນຄຳປາໄສຂອງທ່ານປະທານສີຈິ້ນຜິງໄດ້ສະເໜີອອກວ່າ: ຕ້ອງເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນທົ່ວໂລກກ່ຽວກັບການອະນຸລັກຊີວະນານາພັນ, ຮ່ວມກັນຊຸກຍູ້ການສ້າງ “ຂອບຊີວະນານາພັນທົ່ວໂລກຫຼັງຈາກປີ 2020, ເພື່ອກຳນົດເປົ້າໝາຍແລະເສັ້ນທາງທີ່ຈະແຈ້ງໃຫ້ກັບການອະນຸລັກຊີວະນານາພັນຂອງໂລກ; ຊຸກຍູ້ຂະບວນການທົ່ວໂລກກ່ຽວກັບການອະນຸລັກຊີວະນານາພັນ, ສະ  ໜັບສະໜູນປະເທດພວມພັດທະນາໃນການຍົກສູງຄວາມສາມາດ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍດ້ານຊີວະນານາພັນແລະອື່ນໆ; ຜ່ານການອະນຸລັກຊີວະນານາພັນເພື່ອຊຸກຍູ້ການພັດທະນາຕາມທິດສີຂຽວ, ເລັ່ງລັດຊຸກຍູ້ການຫັນປ່ຽນຮູບແບບການພັດທະນາແລະຮູບແບບການດຳລົງຊີວິດຕາມທິດສີຂຽວ, ສ້າງຜົນປະ ໂຫຍດຕົວຈິງຫຼາຍກວ່າເກົ່າໃຫ້ກັບປະຊາຊົນປະເທດຕ່າງໆ; ປົກປັກຮັກສາລະບຽບການທົ່ວໂລກດ້ານການອະນຸລັກຊີວະນານາພັນທີ່ຍຸຕິທຳແລະສົມເຫດສົມຜົນ, ເດັດດ່ຽວສະໜັບສະໜູນລະບົບສາກົນທີ່ມີອົງການສະຫະປະຊາຊາດເປັນແກນກາງແລະລະບຽບການສາກົນທີ່ມີກົດໝາຍສາກົນເປັນພື້ນຖານ, ກາຍເປັນກຳລັງທີ່ເຂັ້ມແຂງແຫ່ງການປົກປັກຮັກສາບ້ານໜ່ວຍໂລກ.

 

ປະເທດຈີນຕັ້ງໜ້າຊຸກຍູ້ການສ້າງຄວາມສິວິໄລດ້ານນິເວດແລະການອະນຸລັກຊີວະນານາພັນ, ໄດ້ເພີ່ມທະວີຄວາມເປັນກະແສຫຼັກຂອງຊີວະນານາພັນຢ່າງບໍ່ຢຸດຢັ້ງ, ພ້ອມທັງປະຕິບັດລະບຽບການເສັ້ນແດງດ້ານການອະນຸລັກລະບົບນິເວດ, ສ້າງລະບົບເຂດສະຫງວນທຳມະຊາດທີ່ຖືສວນສາທາລະນະແຫ່ງຊາດເປັນຫຼັກ, ປະຕິບັດໂຄງການສຳຄັນດ້ານການອະນຸລັກຊີວະນານາພັນ, ປະຕິບັດການຕິດຕາມກວດກາດ້ານການປະຕິບັດກົດໝາຍທີ່ເຄັ່ງຄັດທີ່ສຸດ, ແນວພັນສັດລ້ຳຄ່າແລະໃກ້ຈະສູນພັນຈຳນວນໜຶ່ງໄດ້ຮັບການອະນຸລັກຢ່າງມີປະສິດທິພາບ, ຄວາມຫຼາກຫຼາຍ, ຄວາມໝັ້ນທ່ຽງແລະຄວາມຍືນຍົງຂອງລະບົບນິເວດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງເສັ້ນທາງແຫ່ງການອະນຸລັກຊີວະນານາພັນທີ່ມີສີສັນພິເສດຂອງຈີນ.

 

ໃນອະນາຄົດ, ປະເທດຈີນຈະສືບຕໍ່ເພີ່ມການສ້າງຄວາມສິວິໄລດ້ານນິເວດ, ສະແຫວງຫາການພັດທະນາຈາກມູມສູງທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ຕອບສະໜອງກັບແຜນດຳເນີນງານເປັນເວລາ 10 ປີແຫ່ງການຟື້ນຟູລະບົບນິເວດຂອງອົງການສະຫະປະຊາຊາດ, ປະຕິບັດໂຄງການສຳຄັນຈຳນວນໜຶ່ງແຫ່ງອະນຸລັກແລະປົວແປງຊີວະນານາພັນ, ລົງເລິກການແລກປ່ຽນແລະຮ່ວມມືກັບສາກົນ, ຄົ້ນຄວ້າແລະສະໜັບສະໜູນການຈັດກອງປະຊຸມເວທີເປິກສາຫາລືສາກົນດ້ານຊີວະນານາພັນ, ອາໄສສະຫະພັນສາກົນດ້ານການພັດທະນາຕາມທິດສີຂຽວ “ໜຶ່ງແລວໜຶ່ງເສັ້ນທາງ”, ເສີມຂະຫຍາຍບົດບາດຂອງກອງທຶນຊີວະນານາພັນຄຸນໝິງໃຫ້ດີ, ສະໜອງການສະ  ໜັບສະໜູນແລະການຊ່ວຍເຫຼືອຕາມຄວາມສາມາດໃຫ້ກັບປະເທດພວມພັດທະນາ, ເພື່ອຊຸກຍູ້ການຄຸ້ມຄອງຊີວະນານາພັນທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.