ເອກະສານຮັກສາຄວາມໝັ້ນຄົງ 3 ສະບັບທີ່ຍີ່ປຸ່ນດັດແກ້ໃໝ່ ຍັງມີຄວາມສົງໄສແລະການຄັດຄ້ານຈາກຫຼາຍຝ່າຍ

2022-12-17 12:06:43 cri


ວັນທີ 16 ທັນວານີ້, ໃນກອງປະຊຸມຄະນະລັດຖະບານ, ລັດຖະບານຍີ່ປຸ່ນໄດ້ຜ່ານຮັບຮອງເອກະສານຮັກສາຄວາມໝັ້ນຄົງ 3 ສະບັບຫຼັງຈາກດັດແກ້ ຄື: “ຍຸດທະສາດຮັບປະກັນຄວາມໝັ້ນຄົງແຫ່ງຊາດ”, “ຍຸດທະສາດປ້ອງກັນປະເທດ” ແລະ “ແຜນການກ່ຽວກັບການກະກຽມກຳລັງປ້ອງກັນປະເທດ”.


ໃນໄລຍະຜ່ານຮັບຮອງເອກະສານ 3 ສະບັບດັ່ງກ່າວ, ບຸກຄົນວົງການຕ່າງໆຂອງຍີ່ປຸ່ນໄດ້ສະແດງຄວາມສົງໄສແລະຄັດຄ້ານຕໍ່ເລື່ອງນີ້.ຄື ວັນທີ 15 ທັນວານີ້, ນັກວິຊາການດ້ານລັດຖະທຳມະນູນແລະການເມືອງສາກົນຈຳນວນໜຶ່ງຂອງຍີ່ປຸ່ນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງໂຕກຽວກ່ຽວກັບເລື່ອງນີ້. ໃນກອງປະຊຸມ, ຜູ້ເຂົ້າຮ່ວມປະຊຸມກ່າວວ່າ, ນະໂຍບາຍໃໝ່ຕ່າງໆກ່ຽວກັບການປ້ອງກັນປະເທດທີ່ຖືການມີຄວາມສາມາດໂຈມຕີຖານທັບຂອງຝ່າຍສັດຕູເປັນຕົວແທນນັ້ນ, ໄດ້ຝ່າຝືນກັບຫຼັກການລັດທິສັນຕິພາບຂອງລັດຖະທຳມະນູນຍີ່ປຸ່ນ, ຈະເຮັດໃຫ້ການພົວພັນລະຫວ່າງຍີ່ປຸ່ນກັບປະເທດອ້ອມຂ້າງຊຸດໂຊມລົງ, ພາໃຫ້ເກີດມີການແຂ່ງຂັນດ້ານກຳລັງອາວຸດ, ເຊິ່ງແມ່ນເລື່ອງອັນຕະລາຍທີ່ສຸດ.


ຕອນຄ່ຳວັນທີ 15 ທັນວານີ້, ມວນຊົນຍີ່ປຸ່ນຫຼາຍຮ້ອຍຄົນເຊິ່ງລວມທັງສະມາຊິກລັດຖະສະພາຫຼາຍທ່ານ ໄດ້ຈັດງານໂຮມຊຸມນຸມປະທ້ວງຢູ່ນະຄອນຫຼວງໂຕກຽວ, ເພື່ອຄັດຄ້ານ ການເພີ່ມເນື້ອໃນກ່ຽວກັບການມີຄວາມສາມາດໃນການຕ່າວໂຈມຕີຄືນ ແລະອື່ນໆ ເຂົ້າໃນເອກະສານປ້ອງກັນຄວາມໝັ້ນຄົງສະບັບໃໝ່.