ປະລິມານການຜະລິດຖ່ານຫີນໃນທົ່ວປະເທດຈີນໃນປີ 2022 ນີ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2022-12-17 11:26:44 cri

ເວັບໄຊອົງການພະລັງງານແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2022 ນີ້ເປັນຕົ້ນມາ, ເຂດຜະລິດຖ່ານຫີນ ແລະວິສາຫະກິດຖ່ານຫີນຕ່າງໆຂອງຈີນ ໄດ້ເດັດດ່ຽວຈັດຕັ້ງປະຕິບັດແຜນນະໂຍບາຍຕ່າງໆຂອງສູນກາງພັກ ແລະຄະນະລັດຖະບານຈີນ ກ່ຽວກັບການສະໜອງພະລັງງານຢ່າງໝັ້ນທ່ຽງ, ອອກແຮງຢ່າງສຸດຂີດເພື່ອເພີ່ມການຜະລິດ ແລະການສະໜອງຖ່ານຫີນ ພ້ອມທັງຊຸກຍູ້ ປະລິມານການຜະລິດຖ່ານຫີນໃຫ້ເພີ່ມຂຶ້ນໄວສົມຄວນ. ອີງຕາມຂໍ້ມູນສະຖິຕິ: ໃນເດືອນມັງກອນຫາເດືອນພະຈິກປີ 2022 ນີ້, ປະລິມານການຜະລິດຖ່ານຫີນໃນທົ່ວປະເທດຈີນບັນລຸເຖິງ 4,09 ຕື້ໂຕນ ເຊິ່ງໄດ້ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ໃນນັ້ນ, ປະລິມານການຜະລິດຖ່ານຫີນຂອງແຂວງຊ່ານຊີ່, ແຂວງສານຊີ່, ເຂດປົກຄອງຕົນເອງມົງໂກໃນ ແລະເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ໃນເດືອນມັງກອນຫາເດືອນພະຈິກປີນີ້ ບັນລຸເຖິງ 3,32 ຕື້ໂຕນ, ກວມເອົາ 81% ຂອງປະລິມານການຜະລິດຖ່ານຫີນໃນທົ່ວປະເທດຈີນ ເຊິ່ງໄດ້ເສີມຂະຫຍາຍບົດບາດຕົ້ນຕໍໃນການເພີ່ມການຜະລິດ ແລະການສະໜອງຢ່າງເຕັມສ່ວນ.