ປະທານາທິບໍດີອາເມຣິກາລົງນາມໃນຮ່າງກົດໝາຍວ່າດ້ວຍການເບີກເງິນຊົ່ວຄາວ ເພື່ອຫຼີກເວັ້ນບໍ່ໃຫ້ລັດຖະບານຢຸດການເຮັດວຽກ

2022-12-17 12:02:48 cri


ວັນທີ 16 ທັນວານີ້, ທ່ານໂຈ ໄບເດນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນຮ່າງກົດໝາຍວ່າດ້ວຍການເບີກເງິນຊົ່ວຄາວສະບັບໜຶ່ງ, ຮ່າງກົດໝາຍດັ່ງກ່າວຈະເລື່ອນເວລາການເບີກເງິນຂອງສະຫະລັດອອກໄປອີກອາທິດໜຶ່ງ, ເພື່ອໃຫ້ລັດຖະສະພາມີເວລາຕົກລົງສັນຍາກ່ຽວກັບລາຍຈ່າຍໃນສົກການເງິນ2023, ຫຼີກເວັ້ນບໍ່ໃຫ້ລັດຖະບານຢຸດການເຮັດວຽກ.