ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນພະຈິກຜ່ານມານີ້ແມ່ນ 10,1%

2022-12-17 12:00:24 cri

ວັນທີ 16 ທັນວານີ້, ອົງການສະຖິຕິສະຫະພາບເອີຣົບປະກາດຕົວເລກສະບັບດັດແກ້ ໂດຍສະແດງໃຫ້ເຫັນວ່າ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນພະຈິກຜ່ານມານີ້ແມ່ນ 10,1%, ອັດຕາເງິນເຟີ້ຂອງ 27 ປະເທດສະມາຊິກສະຫະພາບເອີຣົບໃນເດືອນພະຈິກຜ່ານມານີ້ແມ່ນ 11,1%, ລ້ວນແຕ່ສູງກວ່າໄລຍະດຽວກັນຂອງປີກາຍນີ້. ບົດລາຍງານຊີ້ອອກວ່າ, ລາຄາພະລັງງານແລະລາຄາອາຫານຖີບສູງຂຶ້ນຍັງຄົງແມ່ນສາເຫດຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ສູງຂຶ້ນ.