ຈັດກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນຢູ່ນະຄອນຫຼວງປັກກິ່ງ

2022-12-17 10:13:16 cri

 

ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນໄດ້ຈັດຂຶ້ນລະຫວ່າງວັນທີ 15-16 ທັນວານີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄັ້ງນີ້.

 

 ກອງປະຊຸມໄດ້ມີຂໍ້ຮຽກຮ້ອງວ່າ:  ປີໜ້າ ຕ້ອງຍຶດໝັ້ນຖືເອົາຄວາມໝັ້ນທ່ຽງເປັນສິ່ງສຳຄັນກ່ອນໝູ່, ສະແຫວງຫາການພັດທະນາຢ່າງໜັກແໜ້ນ, ສືບຕໍ່ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະນະໂຍບາຍເງິນຕາທີ່ໝັ້ນທ່ຽງ, ເພີ່ມທະວີການດັດສົມຄວບຄຸມດ້ວຍນະໂຍບາຍມະຫາພາກ, ເພີ່ມທະວີການປະສານສົມທົບກັນລະຫວ່າງນະໂຍບາຍປະເພດຕ່າງໆ ເພື່ອສ້າງໃຫ້ເປັນກຳລັງແຮງສັງລວມແຫ່ງການຮ່ວມກັນຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ.

 

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ວຽກງານເສດຖະກິດໃນປີໜ້າຕ້ອງເລີ່ມຈາກພາກສ່ວນລວມດ້ານຍຸດທະສາດ, ເລີ່ມລົງມືຈາກການປັບປຸງການຄາດຄະເນດ້ານຈິດຕະສາດຂອງສັງຄົມ ແລະຍົກສູງຄວາມໝັ້ນໃຈແຫ່ງການພັດທະນາ, ກຳແໜ້ນຈຸດສຸມເພື່ອເຮັດວຽກໃຫ້ດີຄື: ໜຶ່ງ ຕ້ອງສຸມໃສ່ການເປີດກວ້າງຄວາມຕ້ອງການພາຍໃນ. ສອງ, ເລັ່ງສ້າງລະບົບອຸດສາຫະກຳທັນສະໄໝ. ສາມ, ຈັດຕັ້ງປະຕິບັດທິດທາງ “ສອງບໍ່ຫວັ່ນໄຫວຄອນແຄນ”ຢ່າງແທ້ຈິງຄື: ປັບປຸງແລະພັດທະນາເສດຖະກິດກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນ, ສົ່ງເສີມ,ສະໜັບສະໜູນແລະນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ. ສີ່, ອອກແຮງດຶງດູດແລະນຳໃຊ້ທຶນຕ່າງປະເທດໃຫ້ຫຼາຍກວ່າເກົ່າ.