ຈີນຈະນໍາໃຊ້ມາດຕະການຫຼາຍຢ່າງເພື່ອຮັບປະກັນການສະໜອງສິນຄ້າ ແລະຄວາມໝັ້ນທ່ຽງດ້ານລາຄາສິນຄ້າທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ

2022-12-17 13:31:08 CRI

   

    ຄະນະກໍາມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນເປີດເຜີຍໃຫ້ຮູ້ໃນວັນທີ 16 ທັນວານີ້ວ່າ: ເພື່ອຕ້ອນຮັບປີໃໝ່ສາກົນ ແລະບຸນກຸດຈີນທີ່ໃກ້ຈະວຽນມາເຖິງນີ້, ລັດຖະບານຈີນພວມວາງແຜນຢ່າງລ່ວງໜ້າ, ເພື່ອຮັບປະກັນ ການສະໜອງສິນຄ້າ ແລະຄວາມໝັ້ນທ່ຽງດ້ານລາຄາສິນຄ້າສຳຄັນທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ.     ອັນທີ 1: ເພີ່ມທະວີການຕິດຕາມ ແລະເຕືອນໄພລ່ວງໜ້າ. ຕິດຕາມຢ່າງໃກ້ຊິດຕໍ່ສະພາບການຕະຫຼາດ ແລະການປ່ຽນແປງດ້ານລາຄາຂອງສິນຄ້າສຳຄັນທີ່ກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ . ອັນທີ 2: ຕ້ອງເພີ່ມທະວີລະບຽບການໜ້າທີ່ຄວາມຮັບຜິດຊອບຂອງເຈົ້າເມືອງດ້ານອາຫານການກິນ, ພ້ອມກັນນັ້ນ, ຍັງຕ້ອງຮັບປະກັນພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ, ເພີ່ມການອຸດໜູນຕໍ່ປະຊາຊົນຜູ້ມີຄວາມຫຍຸ້ງຍາກ,  ສົ່ງເສີມແຫ່ງຕ່າງໆທີ່ມີເງື່ອນໄຂນັ້ນເພີ່ມຈໍານວນເງິນອຸດໜູນວັນບຸນທີ່ເບີກເປັນຄັ້ງດຽວ.
    ນອກຈາກນັ້ນ, ຄະນະກໍາມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນຍັງແຈ້ງໃຫ້ຮູ້ຕື່ມວ່າ: ເພື່ອເປີດກວ້າງຄວາມຕ້ອງການພາຍໃນ, ລັດຖະບານຈີນຈະຊຸກຍູ້ການຍົກສູງຄຸນນະພາບ  ແລະຍົກລະດັບດ້ານການບໍລິໂພກຢ່າງແຂງແຮງ ໂດຍປິ່ນອ້ອມການຍົກສູງການບໍລິໂພກແບບດັ້ງເດີມ, ເປີດກວ້າງການບໍລິໂພກດ້ານບໍລິການເປັນຕົ້ນ.