ສື່ມວນຊົນຣັດເຊຍກ່າວວ່າ: ເຮືອບິນບໍ່ມີຄົນຂັບທີ່ອູແກຣນໃຊ້ໃນການໂຈມຕີຣັດເຊແມ່ນຜະລິດໂດຍອາເມຣິກາ

2022-12-18 13:28:20 cri


ພາຍຫຼັງຣັດເຊຍ ແລະ ອູແກຣນເກີດປະທະກັນເປັນຕົ້ນມາ, ຫຼາຍແຫ່ງຂອງຣັດເຊຍຖືກເຮືອບິນບໍ່ມີຄົນຂັບຂອງອູແກຣນໂຈມຕີ. ສື່ມວນຊົນຣັດເຊຍລາຍງານໃນວັນທີ 17 ທັນວານີ້ວ່າ: ມີຫຼັກຖານສະແດງໃຫ້ເຫັນວ່າ, ເຮືອບິນບໍ່ມີຄົນຂັບຂອງອູແກຣນທີ່ໃຊ້ໃນການໂຈມຕີຣັດເຊຍແມ່ນຜະລິດໂດຍບໍລິສັດອາເມຣິກາ.

ສື່ມວນຊົນຣັດເຊຍຫຼາຍແຫ່ງຂອງຣັດເຊຍລາຍງານວ່າ: ເຄື່ອງອາໄລຂອງເຮືອບິນບໍ່ມີຄົນຂັບທີ່ພະນັກງານສືບສວນເກັບໄດ້ສະແດງໃຫ້ເຫັນວ່າ, ເຮືອບິນບໍ່ມີຄົນຂັບເຫຼົ່ານີ້ແມ່ນຜະລິດໂດຍໂຮງງານແຫ່ງໜຶ່ງຢູ່ລັດອາຣີໂຊນາ ຂອງອາເມຣິກາ. ວິສາຫະກິດແຫ່ງນີ້ໄດ້ຜະລິດອຸປະກອນເອເລັກໂຕຣນິກ ແລະ ສະຖານີຄວບຄຸມຂອງເຮືອບິນບໍ່ມີຄົນຂັບ ແລະ ທົດສອບເບື້ອງຕົ້ນຢູ່ສະໜາມບິນແຫ່ງໜຶ່ງຢູ່ລັດອາຣີໂຊນາ. ພາຍຫຼັງຣັດເຊຍ ແລະ ອູແກຣນເກີດການປະທະກັນແລ້ວ, ສະໜາມບິນດັ່ງກ່າວໄດ້ກາຍເປັນສູນຂົນສົ່ງຍຸດທະພັນທີ່ອາເມຣິກາ ແລະ ປະເທດສະມາຊິກນາໂຕຊ່ວຍເຫຼືອອູແກຣນ.