ການທ່ອງທ່ຽວຂອງຈີນຈະຟື້ນຟູການຈະເລີນເຕີບໂຕຢ່າງແຮງໃນປີໜ້າ

2022-12-18 15:12:00 cri

ຕອນບ່າຍວັນທີ 17 ທັນວານີ້, ໃນກອງປະຊຸມເສດຖະກິດຈີນສົກປີ 2022 ຫາ 2023 ທີ່ສູນແລກປ່ຽນເສດຖະກິດສາກົນຈີນເປັນເຈົ້າພາບຈັດຂຶ້ນ, ທ່ານນິ້ງຈີເຈີ ຮອງປະທານຄະນະກຳມາທິການເສດຖະກິດ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່າວວ່າ: ຄວນສ້າງແຫຼ່ງທ່ອງທ່ຽວ ແລະ ເຂດພັກຜ່ອນຢ່ອນອາລົມລະດັບໂລກ ທີ່ມີເນື້ອໃນວັດທະນະທຳອັນເລິກເຊິ່ງຈຳນວນໜຶ່ງ, ສ້າງຕົວເມືອງແລະຄຸ້ມຖະໜົນທ່ອງທ່ຽວຢ່ອນອາລົມລະດັບຊາດ ທີ່ມີເອກະລັກພິເສດດ້ານວັດທະນະທຳຈຳນວນໜຶ່ງ, ຊຸກຍູ້ການທ່ອງທ່ຽວເຂດປະຕິວັດເກົ່າແບບຂັບລົດເອງ, ຊຸກຍູ້ໃຫ້ການທ່ອງທ່ຽວມໍລະດົກວັດທະນະທຳ, ການທ່ອງທ່ຽວອຸດສາຫະກຳ, ການທ່ອງທ່ຽວຟື້ນຟູສຸຂະພາບ ແລະ ການທ່ອງທ່ຽວແບບສຳຜັດກັບການສະແດງສິລະປະ ໄດ້ຮັບການພັດທະນາແບບປະດິດສ້າງໃໝ່, ຍົກສູງຄຸນນະພາບການບໍລິການຂອງການທ່ອງທ່ຽວຊົນນະບົດແບບພັກຜ່ອນຢ່ອນໃຈ, ປັບປຸງນະໂຍບາຍພັດທະນາການທ່ອງທ່ຽວທາງທະເລ, ການທ່ອງທ່ຽວທາງເຮືອທ່ອງທ່ຽວ ແລະ ການທ່ອງທ່ຽວທາງອາກາດຕ່ຳໃຫ້ດີຂຶ້ນ. ຄາດວ່າປີໜ້າຂະແໜງການທ່ອງທ່ຽວຂອງຈີນຈະຟື້ນຟູການຈະເລີນເຕີບໂຕຢ່າງແຮງ.