ຈີນຊຸກຍູ້ໃຫ້ກອງປະຊຸມພິຈາລະນາ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ໄດ້ຮັບຜົນທາງບວກ

2022-12-18 15:10:55 cri

ກອງປະຊຸມພິຈາລະນາ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ຄັ້ງທີ 9 ໄດ້ອັດລົງໃນວັນທີ 16 ທັນວານີ້ຢູ່ທີ່ເຊີແນວ ປະເທດສະວິສ. ທ່ານຫຼີຊົ່ງ ເອກອັກຄະລັດຖະທູດດ້ານການຫຼຸດກຳລັງຮົບຂອງຈີນ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ດ້ວຍການຊຸກຍູ້ຢ່າງຕັ້ງໜ້າຈາກຝ່າຍຈີນ, ກອງປະຊຸມໄດ້ບັນລຸເອກະສານຕົກລົງສະບັບສຸດທ້າຍ ໂດຍຕົກລົງເພີ່ມທະວີຄວາມສັກສິດຂອງ  “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ”, ຊຸກຍູ້ໃຫ້ມີການເຄົາລົບສົນທິສັນຍາຢ່າງຮອບດ້ານ ແລະສ້າງຕັ້ງໜ່ວຍງານ ເພື່ອເຮັດວຽກຢ່າງເປັນຮູບປະທຳໃນດ້ານຕ່າງໆ ເຊັ່ນ: ການເຄົາລົບສົນທິສັນຍາແລະການກວດກາ, ການຮ່ວມມືສາກົນ, ການຄົ້ນຄວ້າພິຈາລະນາວິທະຍາສາດເຕັກນິກ, ການປະຕິບັດຕາມສົນທິສັນຍາ ແລະອື່ນໆ ເພື່ອສຸມໃສ່ຄົ້ນຄວ້າແລະບັນລຸມາດຕະການເພີ່ມທະວີສົນທິສັນຍາ ລວມທັງຮູບແບບທີ່ມີຂໍ້ຜູກພັນທາງດ້ານກົດໝາຍ.


“ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ໄດ້ບັນລຸຂໍ້ຕົກລົງເມື່ອປີ 1972 ແລະ ເລີ່ມມີຜົນສັກສິດເມື່ອປີ 1975, ມາຮອດປັດຈຸບັນ, ມີ 184 ປະເທດພາຄີ. ຈີນໄດ້ເຂົ້າຮ່ວມສົນທິສັນຍາດັ່ງກ່າວເມື່ອວັນທີ 15 ພະຈິກປີ 1984.