ການແຂ່ງຂັນບານເຕະໂລກກາຕາ 2022 ໄດ້ສິ້ນສຸດລົງຢ່າງຈົບງາມທ່າມກາງບັນຍາກາດຟົດຟື້ນ, ທີມຊາດອາກຊັງຕີນໄດ້ຄອງແຊັມບານເຕະໂລກ ກາຕາ 2022. ຜູ້ຊົມຢູ່ແຫ່ງຕ່າງໆ ແລະຜູ້ທີ່ມີເຊື້ອຊາດຜິວພັນແຕກຕ່າງກັນ, ລ້ວນແຕ່ໄດ້ສະເຫຼີມສະຫຼອງດ້ວຍວິທີຂອງໃຜລາວ, ສະແດງຄວາມຊົມເຊີຍຕໍ່ ເລໂອ ເນວ ເມດຊີ ນັກກິລາເຕະບານທີມຊາດອາກຊັງຕິນ ພ້ອມທັງສົ່ງຄວາມອວຍພອນອັນປະເສີດໃຫ້ແກ່ກິລາບານເຕະ.