ທິມຊາດອາກຊັງຕິນໄດ້ຄອງແຊັມບານເຕະໂລກກາຕາ 2022

2022-12-19 11:36:50 CRI

         

    ການແຂ່ງຂັນບານເຕະຊີງແຊັມໂລກ ກາຕາ 2022 ຮອບຊີງຊະນະເລີດ ຈັດຂຶ້ນໃນຕອນຄ່ຳວັນທີ 18 ທັນວານີ້,ລະຫວ່າງທິມຊາດອາກຊັງຕິນ ພົບກັບ ທິມຊາດຝຣັ່ງ, ຜົນການແຂ່ງຂັນໃນເວລາ 120 ນາທີ ທັງສອງທີມສະເໝີກັນ 3 ປະຕູຕໍ່ 3 ຈຳເປັນຕ້ອງເຕະຈຸດໂທດເປນັນຕີຕັດສິນຜົນປາກົດວ່າ ທິມຊາດອາກຊັງຕິນຊະນະທິມຊາດຝຣັ່ງ 4 ປະຕູຕໍ່ 2  ໄດ້ຄອງແຊັມບານເຕະໂລກກາຕາ 2022 ແລະແມ່ນທິມຊາດອາກຊັງຕິນຊີງໄດ້ຄອງແຊັມບານເຕະໂລກອີກສະໄໝໜຶ່ງໃນຮອບ 36 ປີ.


 

    ໃນນັ້ນ, ລີໂອເນວ ເມດຊີ ນັກກິລາເຕະບານທີມຊາດອາກຊັງຕິນ ໄດ້ກາຍເປັນນັກກິລາລ້ວນແຕ່ມີການຍິງເຂົ້າປະຕູໃນຮອບ 8 ທີມ, ຮອບ 4 ທີມ ຫຼື ຮອບຮອງຊະນະເລີດ ແລະຮອບຊີງຊະນະເລີດຂອງການແຂ່ງຂັນເຕະບານຊີງແຊມໂລກເທື່ອດຽວພ້ອມກັນໃນປະຫວັດສາດ.


 

     ສຳລັບການແຂ່ງຂັນບານເຕະຊີງແຊມໂລກຄັ້ງທີ 23 ຈະຈັດຂຶ້ນໃນອີກ 4 ປີຂ້າງໜ້າ ໂດຍການເປັນເຈົ້າພາບຮ່ວມລະຫວ່າງອາເມຣິກາ, ການາດາ ແລະ ແມັກຊິກ.