ການສຳຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າພົນລະເມືອງຜູ້ມີສິດເລືອກຕັ້ງ ສ່ວນຫຼາຍບໍ່ເບິ່ງໃນແງ່ດີຕໍ່ອະນາຄົດເສດຖະກິດຂອງອາເມຣິກາ

2022-12-19 11:49:54 CRI

     ຫວ່າງມໍ່ໆມານີ້, ໜັງສືພິີມວໍສະຕຣີດອາເມຣິກາໄດ້ສຳຫຼວດຄວາມຄິດເຫັນຂອງພົນລະເມືອງຜູ້ມີສິດເລືອກຕັ້ງທີ່ໄດ້ລົງທະບຽນ 1.500 ຄົນ, ຜົນການສຳ ຫຼວດສະແດງໃຫ້ເຫັນວ່າ, ພົນລະເມືອງຜູ້ມີສິດເລືອກຕັ້ງສ່ວນຫຼາຍບໍ່ເບິ່ງໃນແງ່ດີຕໍ່ອະນາຄົດຂອງເສດຖະກິດອາເມຣິກາໃນປີ 2023. ໃນນັ້ນ, ພົນລະເມືອງຜູ້ມີສິດເລືອກຕັ້ງພັກປະຊາທິປະໄຕຈຳນວນ 83% ຄາດວ່າ ເສດຖະກິດອາເມຣິກາໃນປີ 2023 ຈະຊຸດໂຊມລົງອີກ. ພ້ອມກັນນັ້ນ, ພົນລະເມືອງຜູ້ມີສິດເລືອກຕັ້ງຫຼາຍເຖິງ 66% ເຫັນວ່າ, ເສດຖະກິດອາເມຣິກາພວມພັດທະນາໄປສູ່ທິດທາງທີ່ຜິດພາດ.


 

     ນັບແຕ່ປີນີ້ເປັນຕົ້ນມາ, ໄພເງິນເຟີ້ຢູ່ໃນລະດັບສູງ ໄດ້ລົບກວນເສດຖະກິດ ອາເມຣິກາມາໂດຍຕະຫຼອດ. ເພື່ອສະກັດກັ້ນບໍ່ໃຫ້ລາຄາສິນຄ້າເພີ່ມສູງຂຶ້ນ, ທະນາຄານກາງອາເມຣິກາ ຫຼື FED ໄດ້ເພີ່ມອັດຕາດອກເບ້ຍ 7 ເທື່ອ ລຽນຕິດ ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ. ໃນ 2 ເດືອນມໍ່ໆມານີ້, ຈັງຫວະເຕີບໂຕຂອງ ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາ ໄດ້ຜ່ອນຄາຍລົງ ແຕ່ຍັງສູງ ກວ່າ 2% ເຊິ່ງເປັນລະດັບເປົ້າໝາຍ. ພາຍໃຕ້ຜົນກະທົບຈາກໄພເງິນເຟີ້ທີ່ມີລະດັບສູງຂຶ້ນ ແລະ ການເພີ່ມອັດຕາດອກເບ້ຍຢ່າງລຽນຕິດ, ວົງການພາຍນອກນັບມື້ນັບຄາດຄະເນ ແລະ ເປັນຫ່ວງວ່າ ເສດຖະກິດອາເມຣິກາຈະຕົກຢູ່ໃນສະພາບຊຸດໂຊມລົງ.