ເລື່ອງລາວເລັກນ້ອຍກ່ຽວກັບທ່ານສີຈິ້ນຜິງຊຸກຍູ້ວຽກງານປະຕິບັດ “ກົດເຫຼັກ 8 ຂໍ້”ຢ່າງເຂັ້ມງວດ(ພາກທີ 1)

2022-12-19 15:47:32 cri



ເມື່ອ 10 ປີກ່ອນ ຄື ໃນວັນທີ 4 ທັນວາ 2012, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ໂດຍໄດ້ຄົ້ນຄວ້າພິຈາລະນາແລະຮັບຮອງເອົາ “ກົດເຫຼັກ 8 ຂໍ້” ຂອງກົມການເມືອງສູນກາງພັກກອມມູນິດຈີນວ່າດ້ວຍການປັບປຸງແບບແຜນວິທີເຮັດວຽກ ແລະຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ. ທຸກມື້ນີ້, “ກົດເຫຼັກ 8 ຂໍ້” ໄດ້ເປັນທີ່ຮັບຮູ້ໂດຍທົ່ວໄປໃນທົ່ວປະເທດຈີນ. ດ້ວຍຄວາມພະຍາຍາມມາເປັນເວລາ 10 ປີໃນການຈັດຕັ້ງປະຕິບັດ “ກົດເຫຼັກ 8 ຂໍ້” ເຊິ່ງໄດ້ສ້າງພາບພົດຂອງພັກຢູ່ໃນໃຈຂອງປະຊາຊົນຄືນໃໝ່, ໄດ້ສ້າງໃຫ້ເປັນແບບແຜນໃໝ່ທີ່ເຂົ້າເຖິງຈິດໃຈປະຊາຊົນໃນທົ່ວສັງຄົມຢ່າງງຽບໆ. ຕໍ່ໄປພວກເຮົາຈະທົບທວນຄືນເລື່ອງລາວເລັກນ້ອຍກ່ຽວກັບທ່ານສີຈິ້ນຜິງຊຸກຍູ້ວຽກງານປະຕິບັດ “ກົດເຫຼັກ 8 ຂໍ້”ຢ່າງເຂັ້ມງວດ.

 

“ຕ້ອງກຳນົດຫຼັກເກນໃຫ້ກັບຄະນະນຳຊຸດໃໝ່ຂອງສູນກາງພັກ”

 

“ກົດເຫຼັກ 8 ຂໍ້” ໄດ້ກຳນົດຫຼັກເກນເພື່ອເພີ່ມທະວີການກໍ່ສ້າງແບບແຜນໃນ 8 ດ້ານເປັນຕົ້ນແມ່ນ ການສຳຫຼວດຄົ້ນຄວ້າ, ການຈັດກອງປະຊຸມ, ການເຄື່ອນໄຫວເດີນທາງໄປຢ້ຽມຢາມຕ່າງປະເທດ, ການປະຕິບັດການປະຢັດມັດທະຍັດຢ່າງເຂັ້ມງວດແລະອື່ນໆ.

 

ໃນໂອກາດທີ່ສູນກາງພັກກອມມູນິດຈີນວາງ “ກົດເຫຼັກ 8 ຂໍ້”, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວວ່າ: ຕ້ອງກຳນົດຫຼັກເກນໃຫ້ກັບຄະນະນຳຊຸດໃໝ່ຂອງສູນກາງພັກ, ນີ້ເປັນຫຼັກເກນທີ່ສຳຄັນທີ່ສຸດ ເພາະມັນຄືຄຳສຸພາສິດຈີນທີ່ວ່າ “ຄັນບໍ່ມີໄມ້ບັນທັດແລະກອມປາ ຈະບໍ່ສາມາດແຕ້ມຮູບສີ່ຫຼ່ຽມແລະຮູບວົງມົນໄດ້”. ຕ້ອງເລີ່ມຈາກທຸກສະຫາຍຢູ່ທີ່ນີ້, ຄົນໃໝ່ຕ້ອງໃຊ້ວິທີການໃໝ່. ການສ້າງຫຼັກເກນໃນດ້ານນີ້ ແນວຄິດຊີ້ນຳກໍ ແມ່ນຕ້ອງມີຂໍ້ຮຽກຮ້ອງຢ່າງເຂັ້ມງວດ ຕ້ອງສ່ອງແສງໃຫ້ເຫັນວ່າ ພັກຕ້ອງຄຸ້ມຄອງພັກແລະຄຸ້ມຄອງຢ່າງເຂັ້ມງວດ.

 

  ເມື່ອ10ປີກ່ອນ,ສະພາບການທີ່ຄະນະນຳສູນກາງພັກກອມມູນິດຈີນຊຸດໃໝ່ພວມປະເຊີນຢູ່ນັ້ນຄື: ພາລະກິດການປະຕິຮູບ ເປີດປະຕູສູ່ພາຍນອກ ແລະການສ້າງສາສັງຄົມນິຍົມທັນສະໄໝໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ໂຄງການທີ່ຍິ່ງໃຫຍ່ອັນໃໝ່ແຫ່ງການກໍ່ສ້າງພັກໄດ້ຮັບຜົນງານອັນພົ້ນເດັ່ນ, ພ້ອມດຽວກັນນັ້ນ, ກໍມີຂໍ້ຂັດແຍ້ງແລະບັນຫາພົ້ນເດັ່ນຕ່າງໆທີ່ຄົງຄ້າງມາເປັນເວລາຍາວນານຫຼືເກີດຂຶ້ນໃໝ່ນັ້ນຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ໂດຍສະເພາະແມ່ນບັນຫາລັດທິຮູບການ, ລັດທິອາຍາສິດ, ບັນຫາຫຼູຫຼາຟຸມເຟືອຍ ແມ່ນເກີດຂຶ້ນນັບແຕ່ສູນກາງລົງຮອດທ້ອງຖິ່ນ. ຕໍ່ກັບບັນຫາເຫຼົ່ານີ້, ທັດສະນະທ່າທີຂອງຄະນະນຳສູນກາງພັກຊຸດໃໝ່ຄື ຕ້ອງບໍ່ເມີນເສີຍເບິ່ງລ້າ, ບໍ່ໃຫ້ປ່ອຍປະລະເຫຼີງຕໍ່ໄພຂົ່ມຂູ່ທີ່ຄ່ອຍໆເກີດຂຶ້ນ.

 

ກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນຄັ້ງທຳອິດຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ແລະ ຄັ້ງທີ 20 ຂອງພັກກອມມູນິດຈີນ ລ້ວນແຕ່ໄດ້ຖືເອົາການຄົ້ນຄວ້າພິຈາລະນາມາດຕະການລະອຽດເພື່ອຈັດຕັ້ງປະຕິບັດ“ກົດເຫຼັກ 8 ຂໍ້” ເປັນຫົວຂໍ້ສຳຄັນທີ່ຕ້ອງເປິກສາຫາລື, ແລະ ທ່າທີແບບເດັດຂາດບໍ່ຜ່ອນຜັນຕໍ່ແບບແຜນຫຍໍ້ທໍ້ນັ້ນ ໄດ້ເຮັດໃຫ້ທົ່ວພັກແລະທົ່ວສັງຄົມເຫັນໄດ້ເຖິງຄວາມຕັດສິນໃຈແລະຄວາມອາດຫານຂອງພັກກອມມູນິດຈີນທີ່ມີມາໂດຍຕະຫຼອດ.

 

ບໍ່ຕື່ມຄຳວ່າ “ສະບັບທາບທາມ” ໃຫ້ກັບ “ກົດເຫຼັກ 8 ຂໍ້”

 

ກ່ຽວກັບເລື່ອງທີ່ວ່າ ຄວນກຳນົດຊື່ເອກະສານ “ກົດເຫຼັກ 8 ຂໍ້” ຄືແນວໃດ? ທ່ານສີຈິ້ນຜິງໄດ້ກ່າວຢ່າງເຄັ່ງຂືມວ່າ: ກົດເຫຼັກ ກໍແມ່ນ ກົດເຫຼັກ, ບໍ່ຕ້ອງຕື່ມຄຳວ່າ “ສະບັບທາບທາມ” ຈຸດປະສົງກໍເພື່ອຢາກສະແດງທ່າທີອັນເດັດຂາດ, ສະແດງວ່າ ມັນເປັນກົດເຫຼັກແທ້ໆ.

 

ການທີ່ບໍ່ຕື່ມຄຳວ່າ “ສະບັບທາບທາມ” ສະແດງໃຫ້ເຫັນເຖິງທ່າທີແບບເດັດຂາດປຽບເໝືອນການກຳເຫຼັກໃຫ້ມີຮອຍ ແລະຢຽບໂງ່ນຫີນໃຫ້ມີຮອຍ, ບໍ່ແມ່ນເວົ້າໄປລ້າໆ, ເວົ້າແລ້ວຕ້ອງເຮັດໃຫ້ໄດ້ຢ່າງເດັດຂາດ, ເມື່ອວາງຫຼັກເກນອອກມາແລ້ວກໍຕ້ອງຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ເວົ້າຄຳໃດອອກມາກໍຕ້ອງມີຄວາມໜ້າເຊື່ອຖື, ເຮັດສິ່ງໃດກໍຕ້ອງໃຫ້ໄດ້ຮັບຜົນແນ່ນອນ ໂດຍບໍ່ລັ່ງເລໃຈ, ບໍ່ລໍຄອຍຕິດຕາມເບິ່ງ. “ກົດເຫຼັກ 8 ຂໍ້” ມັນບໍ່ແມ່ນກົດເຫຼັກທີ່ກຳນົດເວລາເປັນ 5 ປີ ຫຼື 10ປີເທົ່ານັ້ນ, ແຕ່ແມ່ນກົດເຫຼັກອັນເຂັ້ມແຂງ ທີ່ມີຜົນບັງຄັບໃຊ້ເປັນເວລາຍາວນານ.

 

ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ລະບຽບວິໄນຕ້ອງເປັນກົດເຫຼັກ, ຕ້ອງມີກຳລັງຜູກມັດ,ລະບຽບວິໄນຈິ່ງຈະມີພະລັງຊີວິດຊີວາ.

 

ແກ້ໄຂບັນຫາກ່ຽວກັບ “ເສືອກິນຟ້າແບບບໍ່ຮູ້ລົງປາກຈາກບ່ອນໃດ”

 

ໃນເວລາຫວນຄືນຂະບວນການສ້າງ “ກົດເຫຼັກ 8 ຂໍ້”, ທ່ານສີຈິ້ນຜິງໄດ້ກ່າວວ່າ: ຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ, ສູນກາງພັກໄດ້ເປິກສາຫາລືກ່ຽວກັບຄວນເພີ່ມທະວີການກໍ່ສ້າງພັກຄືແນວໃດ, ຈຸດປະສົງກໍເພື່ອຢາກແກ້ໄຂບັນຫາກ່ຽວກັບ “ເສືອກິນຟ້າແບບບໍ່ຮູ້ລົງປາກຈາກບ່ອນໃດ”. ພາຍຫຼັງມາ ກໍໄດ້ຕັດສິນໃຈສຸມໃສ່ການປະຕິບັດ“ກົດເຫຼັກ 8 ຂໍ້”, ປານກັບເສືອກິນຟ້າກໍແມ່ນເລີ່ມຈາກການກິນບ່ອນນັ້ນເພື່ອໃຫ້ຍ່ອຍຢູ່ໃນທ້ອງຢ່າງແທ້ຈິງ, ບໍ່ຄວນເຮັດແບບບຶດລະກິນບ່ອນນັ້ນ ບຶດລະກິນບ່ອນນີ້, ສຸດທ້າຍມາກໍຍ່ອຍອາຫານລົງທ້ອງບໍ່ໄດ້.

 

ຕະຫຼອດໄລຍະ10ປີຜ່ານມານີ້, ສູນກາງພັກກອມມູນິດຈີນໄດ້ກຳແໜ້ນວຽກງານການກໍ່ສ້າງແບບແຜນ ເຊິ່ງເປັນບັນຫາຫຼັກແຫຼ່ງ, ໂດຍປະຕິບັດຢ່າງຕໍ່ເນື່ອງແລະຄ່ອຍໆລົງສູ່ລວງເລິກ. ກົມການເມືອງສູນກາງພັກໄດ້ປະຕິບັດໂດຍເລີ່ມຈາກຕົນເອງ, ສ້າງໃຫ້ເປັນບັນຍາກາດທີ່ດີໃນການໃຫ້ຂັ້ນເທິງເປັນແບບຢ່າງເພື່ອນຳພາຂັ້ນລຸ່ມ. ຊຸມປີຜ່ານມານີ້, ກົມການເມືອງສູນກາງພັກໄດ້ສ້າງໃຫ້ມີລະບຽບການວ່າດ້ວຍການຈັດກອງປະຊຸມຮ່ວມຊີວິດພັກແບບປະຊາທິປະໄຕໃນແຕ່ລະປີ, ຍັງໄດ້ສ້າງໃຫ້ເປັນປະເພນີທີ່ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ “ກົດເຫຼັກ 8 ຂໍ້” ຢູ່ໃນກອງປະຊຸມດັ່ງກ່າວ. ໃນກອງປະຊຸມສຳຄັນຕ່າງໆເຊັ່ນ: ກອງປະຊຸມຄົບຄະນະກຳມະການສູນກາງພັກ, ກອງປະຊຸມຄົບຄະນະກວດກາວິໄນສູນກາງພັກ ແລະກອງປະຊຸມອື່ນໆທີ່ໄດ້ຈັດຂຶ້ນໃນແຕ່ລະປີ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ວາງແຜນສະເພາະແລະວາງຂໍ້ຮຽກຮ້ອງຢ່າງຈະແຈ້ງກ່ຽວກັບການຈັດຕັ້ງປະຕິບັດ“ກົດເຫຼັກ 8 ຂໍ້” ແລະເພີ່ມທະວີການກໍ່ສ້າງແບບແຜນ.

 

ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ການກໍ່ສ້າງແບບແຜນແມ່ນຕ້ອງສຸມໃສ່ສິ່ງສຳຄັນສອງຢ່າງຄື: ລົງເລິກປະຕິບັດເປັນປະຈຳ ແລະປະຕິບັດຢ່າງຕໍ່ເນື່ອງຈິ່ງຈະໄດ້ຮັບປະສິດທິຜົນ.

 

“ເຮັດວຽກໜຶ່ງໃຫ້ດີກ່ອນແລ້ວຈິ່ງເຮັດວຽກທີສອງຕໍ່”

 



ວັນທີ 25 ກັນຍາ2013, ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນໃນກອງປະຊຸມຮ່ວມຊີວິດພັກແບບປະຊາທິປະໄຕທີ່ມີຫົວຂໍ້ສະເພາະຂອງຄະນະພັກແຂວງເຫີເປີຍ.


ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ພວກເຮົາກຳແໜ້ນວຽກງານຈັດຕັ້ງປະຕິບັດ “ກົດເຫຼັກ 8 ຂໍ້” ເບິ່ງຄືເປັນເລື່ອງເລັກນ້ອຍ, ແຕ່ມັນພັດໄດ້ສ່ອງແສງໃຫ້ເຫັນຈິດໃຈຢ່າງໜຶ່ງ. ຖ້າຫາກວ່າພຽງແຕ່ “ກົດເຫຼັກ 8 ຂໍ້”ຂອງສູນກາງພັກ ກໍປະຕິບັດບໍ່ໄດ້ຜົນ,ບໍ່ສາມາດຍຶດໝັ້ນປະຕິບັດຕໍ່ໄປໄດ້, ຍັງຊິວາງ“ກົດເຫຼັກ 18 ຂໍ້”ແລະ “ກົດເຫຼັກ 28 ຂໍ້”ໄດ້ຄືແນວໃດ? ຄັນຢາກດັດແກ້ “4 ແບບແຜນ” ຄືລັດທິຮູບການ, ລັດທິອາຍາສິດ, ລັດທິສະເຫວີຍສຸກ ແລະແບບແຜນຟຸມເຟືອຍ, ກ່ອນອື່ນໝົດຕ້ອງປະຕິບັດ“ກົດເຫຼັກ 8 ຂໍ້”ຂອງສູນກາງພັກໃຫ້ດີ, ການດຳເນີນການກໍ່ສ້າງພັກແມ່ນຕ້ອງເລີ່ມຈາກການດັດແກ້ “4 ແບບແຜນ”, ຕ້ອງ“ເຮັດວຽກໜຶ່ງໃຫ້ດີກ່ອນແລ້ວຈິ່ງເຮັດວຽກທີສອງຕໍ່” ເພື່ອເຮັດໃຫ້ຄົນທັງຫຼາຍເຫັນໄດ້ວ່າ ພວກເຮົາແມ່ນສາມາດເຮັດພາລະກິດໃຫ້ສຳເລັດຜົນໄດ້ ແລະເຮັດດ້ວຍຄວາມຈິງຈັງ. ມີແຕ່ເຮັດແນວນີ້ຈິ່ງຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນແລະບັນດາສະຫາຍໃນທົ່ວພັກ.

 

ໂດຍປະຕິບັດຕາມຄຳຊີ້ນຳຂອງທ່ານສີຈິ້ນຜິງ, ຕອນທຳອິດ, ຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນໄດ້ສຸມໃສ່ແກ້ໄຂບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນໄລຍະບຸນໄຫວ້ພະຈັນ ຄື ປາບປາມແບບແຜນຫຍໍ້ທໍ້ທີ່ຖືເຂົ້າໜົມໄຫວ້ພະຈັນເປັນຄັນຕາລະບັດເພື່ອໃຫ້ສິນບົນແລະກິນສິນບົນດ້ວຍການສົ່ງແລະຮັບຂອງຂວັນລາຄາແພງແລະເງິນຄຳ. ຕໍ່ມາ, ຍັງໄດ້ຂະຫຍາຍການເຄື່ອນໄຫວປາບປາມປາກົດການຫຍໍ້ທໍ້ດັ່ງກ່າວໃນມື້ບຸນສຳຄັນຕ່າງໆຕໍ່ໆໄປເຊັ່ນ: ວັນຊາດ, ປີໃໝ່ສາກົນ, ບຸນກຸດຈີນ, ບຸນຊິງມິງຫຼືບຸນອະນາໄມສຸສານ, ບຸນຕ່ວນອູ ຫຼືບຸນຊ່ວງເຮືອ ແລະປະຕິບັດສືບຕໍ່ໄປແບບນີ້ ໃນທີ່ສຸດກໍໄດ້ກາຍເປັນປະເພນີ ແລະແບບແຜນຢ່າງໜຶ່ງ.